ທ່ານ ຫງວຽນຝູຈ້ອງ ແລະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບກັນອີກ; ຊົມເຊີຍບັນດາຜົນງານສໍາຄັນນັບທັງວຽກງານພາຍໃນ ແລະຕ່າງປະເທດພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ສະແດງຄວາມເຊື່ອໝັ້ນຢ່າງແນ່ວແນວ່າ, ພາຍໃຕ້ການນໍາພາຂອງພັກກອມມູນິດ ຫວຽດນາມ ແລະພັກປະຊາຊົນ ປະຕິວັດ ລາວ, ກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຢູ່ ຫວຽດນາມ ແລະລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່, ຍິ່ງໃຫຍ່ກວ່າອີກ, ປະຕິບັດບັນດາເປົ້າໝາຍໂດຍກອງປະຊຸມໃຫຍ່ຂອງແຕ່ລະພັກວາງອອກ, ກະກຽມ ແລະຈັດຕັ້ງສໍາເລັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະປະເທດໄດ້ຢ່າງມີໄຊ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ແລະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ທີ່ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ; ຕີລາຄາສູງກ່ຽວກັບການສະໜັບສະໜູນ, ຊ່ວຍເຫຼືອອັນຍິ່ງໃຫຍ່, ທັນການ ແລະມີປະສິດທິຜົນເຊິ່ງສອງພັກ, ສອງລັດໄດ້ສະຫງວນໃຫ້ກັນນັບແຕ່ກ່ອນຈົນມາຮອດປັດຈຸບັນນີ້. ສອງຝ່າຍໄດ້ຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດຢ່າງມີປະສິດທິຜົນ; ຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ພັດທະນະຂຶ້ນສູ່ລະດັບສູງໃໝ່ ແລະຖ່າຍທອດໃຫ້ບັນດາລຸ້ນຫຼັງກ່ຽວກັບສາຍພົວພັນສາມັກຄີແບບພິເສດນີ້.

ທ່ານ ຫງວຽນຝູຈ້ອງ ແລະທ່ານ ບຸນຍັງ ວໍລະຈິດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດໃນປັດຈຸບັນ, ເປັນຕົ້ນແມ່ນວຽກງານກໍ່ສ້າງພັກ ແລະກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນເພື່ອມຸ່ງໄປເຖິງກອງປະຊຸມທົ່ວປະເທດຂອງແຕ່ລະພັກ; ແບ່ງປັນກ່ຽວກັບສະພາບການໃນໂລກ ແລະພາກພື້ນທີ່ຫາກໍ່ເກີດຂຶ້ນຫວ່າງແລ້ວນີ້; ແລກປ່ຽນບາງມາດຕະການ ເພື່ອຊຸກຍູ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ໃນໄລຍະຈະມາເຖິງ.

ໂດຍ: ເກື່ອງດັ້ງ