ສອງຄະນະໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການສອງພັກ, ສອງລັດ, ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ເກີດຂຶ້ນໃນປະຈຸບັນ, ໃນນັ້ນມີສະພາບການຢູ່ພາກພື້ນ, ສະພາບການຢູ່ທະເລຕາເວັນອອກ. ສອງຄະນະກໍ່ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງບັນດາມາດຕະການ, ການເຄື່ອນໄຫວລະອຽດ ເພື່ອແນໃສ່ເພີ່ມທະວີການພົວພັນສອງພັກໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຮວ່າງບິ່ງກວນ ແລະທ່ານ Fabien Roussel. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານ Fabien Roussel ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດປະຕິວັດຄຸກກົນດາວ, ສະແດງຄວາມເຄົາລົບນັບຖືຕໍ່ບັນດານັກຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ເພື່ອພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ພ້ອມທັງຢັ້ງຢືນຈະຊຸກຍູ້ວົງການການເມືອງຝະລັ່ງເພີ່ມທະວີການຮ່ວມມືກັບແຂວງບ່າເຣ້ຍ-ຫວູງເຕົ່າ ເພື່ອຊອກຫາສໍາເນົາເອກະສານ, ກໍານົດຊື່ ແລະນາມສະກຸນບັນດານັກຮົບນິລະນາມ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຢູ່ຄຸກກົນດາວ.

ໂດຍ: ໄຊນີດາ