ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ເນັ້ນໜັກວ່າ, ໃນປັດຈຸບັນການພົວພັນຮ່ວມມື ຫວຽດນາມ-ອິນເດຍ  ພວມພັດທະນາຢ່າງດີງາມໃນຫຼາຍຂົງເຂດ. ທ່ານນາງ ຫງວຽນເຟືອງງາ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ສົມທົບກັບ ISCUF ໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດຫວຽດນາມ-ອິນເດຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າຄະນະ, ທ່ານ  Das Saktidhar ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມຫວຽດນາມ, ພ້ອມທັງຫວັງວ່າການຢ້ຽມຢາມໃນຄັ້ງນີ້ຈະຊ່ວຍໃຫ້ບັນດາສະມາຊິກໃນຄະນະເຂົ້າໃຈກວ່າກ່ຽວກັບປະເທດຊາດ ແລະຊາວຫວຽດນາມ ກໍ່ຄືເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດອິນເດຍ ແລະຫວຽດນາມ.

ໂດຍ: ທູຈາງ