ທ່ານ ຟ້າມບີ່ງມິນ ໄດ້ຊົມເຊີຍຍີ່ປຸ່ນ ຈັດຕັ້ງກອງປະຊຸມສຸດຍອດ G20 ສໍາເລັດ; ຂອບໃຈລັດຖະບານຍີ່ປຸ່ນ ທີ່ໄດ້ຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະຢ້ຽມຢາມຍີ່ປຸ່ນ ແຕ່ວັນທີ 27 ມິຖຸນາຫາວັນທີ 1 ກໍລະກົດປີ 2019 ຢ່າງສົມກຽດ.

leftcenterrightdel
ທ່ານ ຟ້າມບີ່ງມິນ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Kanehara Nobukatsu ຜູ້ຊ່ວຍວຽກຫົວໜ້າຫ້ອງການຄະນະລັດຖະບານ, ຮອງຫົວໜ້າຄະນະເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດຍີ່ປຸ່ນ. ພາບ: vov.vn.

ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະສາກົນ, ເຫັນດີເປັນເອກະພາບແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເປັນປະຈໍາ; ຢັ້ງຢືນວ່າສອງຝ່າຍຈະສືບຮ່ວມມືຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍຕ່າງໆ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອາຊຽນເປີດກວ້າງ ແລະການຮ່ວມມື ຍີ່ປຸ່ນ-ແມ່ນໍ້າຂອງ ໃນສະພາບທີ່ຫວຽດນາມ ເປັນປະເທດປະສານງານການພົວພັນ ອາຊຽນ-ຍີ່ປຸ່ນ ໄລຍະ 2018-2021, ເປັນປະທານອາຊຽນໃນປີ 2020 ແລະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການໃນປີ  2020-2021.

ໂດຍ: ຈາງຫງວຽນ