ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງສອງກຸ່ມສະມາຊິກລັດຖະສະພາສອງປະເທດ ໃນໄລຍະຜ່ານມາໄດ້ມີບັນດາການເຄື່ອນໄຫວປະກອບສ່ວນເພີ່ມທະວີສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ທ່ານ Kim Hack Yong  ແລະບັນດາສະມາຊິກລັດຖະສະພາ ສ.ເກົາຫຼີ  ສືບຕໍ່ປະກອບສ່ວນໃຫ້ແກ່ການຊຸກຍູ້ສາຍພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ - ສ.ເກົາຫຼີ, ກໍຄືການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ພ້ອມທັງຕັ້ງໜ້າໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວລວມຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ, ພິເສດແມ່ນຊ່ວຍເຫຼືອເຈົ້າສາວຊາວຫວຽດນາມເຊື່ອມໂຍງເຂົ້າກັບສັງຄົມ ສ.ເກົາຫຼີ...

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ. ພາບ: ຈ໊ຽນຖັ໊ງ.

ທ່ານ Kim Hack Yong ເຫັນດີເປັນເອກະສັນຕໍ່ຄໍາເຫັນຂອງປະທານສະພາແຫ່ງຊາດຫວຽດນາມ, ຖືວ່າ ສອງປະເທດແມ່ນຄູ່ຮ່ວມມືສໍາຄັນຂອງກັນ, ໃນການພົວພັນດ້ານການຄ້າສອງຝ່າຍກໍາລັງມຸ່ງໄປເຖິງວົງເງິນການຄ້າສອງຝ່າຍບັນລຸ 100 ຕື້ໂດລາສະຫະລັດ ໃນປີ 2020...

ຕອນບ່າຍວັນດຽວກັນ, ທີ່ສໍານັກງານສູນກາງພັກ, ທ່ານ ຫວໍວັນເຖືອງ,  ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ກໍໄດ້ໃຫ້ການຕ້ອນຮັບທ່ານ Kim Hak Yong, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ ເຊັ່ນດຽວກັນ.

ໂດຍ: ໄຊຊະນະ