ທີ່ການຕ້ອນຮັບ, ທ່ານ Vojtech Filip ໄດ້ແຈ້ງໃຫ້ທ່ານ ຫງວຽນຊວນຟຸກ ຮັບຊາບກ່ຽວກັບຜົນການເຮັດວຽກກັບບາງກະຊວງ, ຂະແໜງການຂອງຫວຽດນາມ ແລະຕີລາຄາວ່າການພົວພັນສອງປະເທດພວມພັດທະນາອັນດີງາມໃນຫຼາຍຂົງເຂດ. ໃນການຢ້ຽມຢາມຄັ້ງນີ້, ຄະນະໄດ້ເຮັດວຽກກັບກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຂອງຫວຽດນາມ ແລະສອງຝ່າຍເຫັນດີເປັນເອກະພາບຕໍ່ການຮ່ວມມືກໍ່ສ້າງນັກພະຍາບານແຕ່ 3.000 ເຖິງ 4.000 ຄົນໃຫ້ແກ່ຫວຽດນາມ. ຄະນະກໍ່ໄດ້ເຮັດວຽກກັບກະຊວງຕໍາຫຼວດຫວຽດນາມ, ກະຊວງປ້ອງກັນປະເທດຫວຽດນາມ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Vojtech Filip ຮອງປະທານສະພາຕໍ່າ ສ.ເຊັກ. ພາບ: ສໍານັກຂ່າວສານຫວຽດນາມ.

ຊົມເຊີຍເລື່ອງຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກໆຂົງເຂດ, ທ່ານ ຫງວຽນຊວນຟຸກ ກໍ່ສະແດງຄວາມຂອບອົກຂອບໃຈຕໍ່ ສ.ເຊັກ ທີ່ໄດ້ສະໜັບສະໜູນຫວຽດນາມ ຮັບສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ກໍ່ຄືສະໜັບສະໜູນສັນຍາການຄ້າເສລີ ຫວຽດນາມ - ອີີຢູ (EVFTA), ເຊິ່ງແມ່ນສັນຍາທີ່ມີຄວາມໝາຍສໍາຄັນດ້ານຍຸດທະສາດ ແລະເສດຖະກິດ-ການຄ້າກັບ ອີຢູ ແລະຫວຽດນາມ, ພິເສດຊ່ວຍບັນດາວິສາຫະກິດ ສ.ເຊັກ ແລະອີຢູ ສໍາຜັດກັບຕະຫຼາດທີ່ມີພົນລະເມືອງກວ່າ 90 ລ້ານຄົນຂອງຫວຽດນາມ.

ໂດຍ: ທະນາພອນ