ທ່ານນາງ Tereza Cristina Corrêa ເນັ້ນໜັກວ່າ, ບຣາຊິນ ຖືການພົວພັນກັບຫວຽດນາມເປັນສໍາຄັນທີ່ສຸດ, ພ້ອມທັງຖືວ່າການຢ້ຽມຢາມຂອງທ່ານນາງໃນຄັ້ງນີ້ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນແມ່ນກະສິກໍາ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Tereza Cristina Corrêa, ລັດຖະມົນຕີກະສິກໍາ, ລ້ຽງສັດ ແລະສະໜອງບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ.

ຖືວ່າກະສິກໍາແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືສອງປະເທດ, ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າສອງຝ່າຍຈະຮ່ວມມືໃນຂົງເຂດນີ້, ຜ່ານນັ້ນປະກອບສ່ວນຫຼຸດຜ່ອນການນຳເຂົ້າຂາດດຸນການຄ້າຈາກບຣາຊິນ ຂອງຫວຽດນາມ, ພ້ອມທັງສະເໜີ ບຣາຊິນ ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດຂອງຫວຽດນາມ, ໃນນັ້ນມີ ປາຈາ ແລະກຸ້ງ, ພ້ອມກັບຜະລິດຕະພັນກະເສດປະເພດອື່ນໆ. ທ່ານ ຫງວຽນຊວນຟຸກ ກໍ່ສະເໜີໃນໄລຍະຈະມາເຖິງ, ສອງປະເທດຄວນຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ໃນນັ້ນຊຸກຍູ້ດ້ານການຄ້າ ແລະການລົງທຶນດ້ວຍຂອບຂະໜາດໃຫຍ່ກວ່າ. ສອງຝ່າຍກໍ່ຄວນຊຸກຍູ້ການຮ່ວມມືໃນຂົງເຂດການປ້ອງກັນຊາດ ແລະການສຶກສາ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Tereza Cristina Corrêa, ລັດຖະມົນຕີກະສິກໍາ, ລ້ຽງສັດ ແລະສະໜອງບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ.

ເຫັນດີເປັນເອກະພາບກັບບັນດາບັນຫາທີ່ທ່ານ ຫງວຽນຊວນຟຸກ ໄດ້ຍົກອອກມາ, ທ່ານນາງ Tereza Cristina Corrêa ໃຫ້ຮູ້ວ່າ ພາຍຫຼັງການຢ້ຽມຢາມຄ້ັງນີ້, ທ່ານນາງຈະລາຍງານຕໍ່ທ່ານປະທານາທິບໍດີບຣາຊິນ ເພື່ອມີວິທີການຊຸກຍູ້ການຮ່ວມມືສອງປະເທດ, ໃນນັ້ນມີການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືໃນຂົງເຂດການປ້ອງກັນຊາດ, ການສຶກສາ. ບຣາຊິນ ຈະມານະພະຍາຍາມແກ້ໄຂບັນຫານຳເຂົ້າຜະລິດຕະພັນກະເສດບາງປະເພດຂອງຫວຽດນາມ, ເປັນຕົ້ນແມ່ນປະເພດສິນຄ້າທີ່ຫວຽດນາມ ມີທ່າແຮງ, ຄື: ກຸ້ງ, ປາຈາ.

ໂດຍ: ເຈິ່ນຮວ່ຽນ