ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນວາລະໄຂກອງປະຊຸມຢູ່ຫໍປະຊຸມ. ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີບົດກ່າວປາໄສສຳຄັນທີ່ວາລະໄຂກອງປະຊຸມ. ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ຕາງໜ້າໃຫ້ກົມການເມືອງ ຊີ້ນຳວາລະປະຊຸມ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເປັນປະທານ ແລະກ່າວຄຳເຫັນທີ່ວາລະໄຂກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເຈິ່ນກ໊ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ລາຍງານ, ຂໍຄຳເຫັນຂອງຄະນະບໍລິຫານງານສູນກາງພັກກ່ຽວກັບລາຍການເຮັດວຽກຂອງກອງປະຊຸມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ຫຼັງຈາກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກ, ປຶກສາຫາລື: ໂຄງຮ່າງບົດລາຍງານການເມືອງ; ໂຄງຮ່າງບົດລາຍງານກ່ຽວກັບ 10 ປີ ແຫ່ງການປະຕິບັດໂຄງການການເມືອງ 2011; ໂຄງຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມໃນ 10 ປີ ໄລຍະແຕ່ປີ 2011-2020, ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໃນ 10 ປີ ໄລຍະແຕ່ປີ 2021-2030 ແລະບົດລາຍງານສະພາບການເສດຖະກິດ-ສັງຄົມ  5 ປີ ໄລຍະແຕ່ປີ 2016-2020, ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະແຕ່ປີ 2021-2025; ໂຄງຮ່າງບົດລາຍງານສະຫຼຸບວຽກງານກໍ່່ສ້າງພັກ ແລະປະຕິບັດກົດລະບຽບພັກ.

ຕອນບ່າຍ, ຄະນະບໍລິຫານງານສູນກາງພັກ ສືບຕໍ່ດຳເນີນການປຶກສາຫາລືກ່ຽວກັບບັນດາເນື້ອໃນດັ່ງກ່າວ.

ໂດຍ: ສົມເພັດ