ທ່ານ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານນາງ Monica Gheorghita ທີ່ມາເຂົ້າຮ່ວມ “ກອງປະຊຸມ ASEM ກ່ຽວກັບການພັດທະນາກວມລວມດ້ານເສດຖະກິດ ແລະສັງຄົມຢູ່ອາຊີ ແລະເອີລົບ” ໄດ້ໄຂຂຶ້ນທີ່ຍາຈາງ, ຫວຽດນາມ ແລະໃນໂອກາດນີ້ທ່ານນາງກໍ່ໄດ້ທາບທາມຄຳເຫັນການເມືອງກັບກະຊວງການຕ່າງປະເທດຫວຽດນາມ.

ທ່ານນາງ Monica Gheorghita ໃຫ້ຮູ້ວ່າ, ການຢ້ຽມຢາມ ຫວຽດນາມ ແມ່ນເພື່ອຫັນບັນດາຂໍ້ຕົກລົງ, ຄໍາໝັ້ນສັນຍາການຮ່ວມມືເປັນລະອຽດເຊິ່ງສອງຝ່າຍບັນລຸໄດ້ໃນການຢ້ຽມຢາມ ຣູມານີ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວ່າງແລ້ວນີ້. ໃນການທາບທາມຄຳເຫັນການເມືອງກັບກະຊວງການຕ່າງປະເທດຫວຽດນາມ ໃນວັນທີ 14 ພຶດສະພາ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການຫັນຖະແຫຼງຮ່ວມລະຫວ່າງສອງປະເທດເປັນລະອຽດພາຍຫຼັງການຢ້ຽມຢາມ ຣູມານີ ຂອງທ່ານນາຍົກລັດຖະມົນຕີ. ຣູມານີ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນທຸກຂົງເຂດ. ທ່ານນາງ Monica Gheorghita ໃຫ້ຮູ້ວ່າທ່ານນາງໄດ້ໄປຢ້ຽມຢາມສູນບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ ເພື່ອສົ່ງອອກແຮງງານໄປເຮັດວຽກຢູ່ ເອີລົບ ແລະນີ້ກໍ່ແມ່ນຂົງເຂດເຊິ່ງ ຣູມານີ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ. ທ່ານນາງ ຢ້ັງຢືນໃຫ້ຄໍາໝັ້ນສັນຍາວ່າ ຣູມານີ ຈະຊຸກຍູ້ການເຊັນສັນຍາການຄ້າເສລີ (EVFTA) ແລະສັນຍາປົກປ້ອງການລົງທຶນ (EVIPA) ລະຫວ່າງ ຫວຽດນາມ ແລະອີຢູ ຢ່າງແຮງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດຣູມານີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຖືວ່າ, ສອງປະເທດຄວນຕັ້ງໜ້າສົມທົບກັນຜັນຂະຫຍາຍຜົນການຢ້ຽມຢາມຫວ່າງແລ້ວນີ້, ເປັນຕົ້ນແມ່ນຈັດຕັ້ງກອງປະຊຸມຄັ້ງທີ 16 ຄະນະກໍາມະການປະສົມກ່ຽວກັບການຮ່ວມມືເສດຖະກິດຫວຽດນາມ - ຣູມານີ ໂດຍໄວ, ຊຸກຍູ້ການເຊັນເອກະສານຮ່ວມມືສະບັບຕ່າງ, ຄື: ສັນຍາວ່າດ້ວຍການຮ່ວມມືຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາ, ໂຄງການຮ່ວມມືວັດທະນະທໍາໄລຍະ 2019-2021, ຂໍ້ຕົກລົງວ່າດ້ວຍການຮ່ວມມືການສຶກສາ...

ທ່ານ ຫງວຽນຊວນຟຸກ ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງສອງປະເທດໃນເວທີປາໄສສາກົນ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ ແລະ ASEM. ທ່ານ ຫງວຽນຊວນຟຸກ ໄດ້ຂອບໃຈຕໍ່ບັນດາຄໍາໝັ້ນສັນຍາ, ການສະໜັບສະໜູນຢ່າງແຮງເຊິ່ງລັັດຖະບານຫວຽດນາມ ໄດ້ຮັບຈາກການນໍາຂັ້ນສູງຣູມານີ ສໍາລັບການເຊັນ ແລະໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA ລະຫວ່າງ ຫວຽດນາມ ແລະອີຢູ ໂດຍໄວໃນອາຍຸການ ຣູມານີ ເປັນປະທານໝູນວຽນຂອງ ອີຢູ .

ໂດຍ: ເກື່ອງດັ້ງ