ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາງ ດັງທິງອັກທິ້ງ ຢືນຢັນວ່າໃນໄລຍະຜ່ານມາ, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ-ສປປ.ເກົາຫຼີ ໄດ້ຮັບການປັບປຸງ. ຫວຽດນາມ ແລະ ສປປ.ເກົາຫຼີ ໄດ້ລົງນາມສັນຍາສໍາຄັນຫຼາຍສະບັບໃນຂົງເຂດວັດທະນະທໍາ, ວິທະຍາສາດເຕັກນິກ, ສາທາລະນະສຸກ, ການຄ້າ, ການເດີນທະເລ, ການຂົນສົ່ງທາງການບິນພົນລະເຮືອນ...

leftcenterrightdel
ທ່ານນາງ ດັງທິງອັກທິ້ງ, ຮອງປະທານປະເທດຫວຽດນາມ ຕ້ອນຮັບທ່ານ Kang Yun Sok, ປະທານສານສູນກາງ ສປປ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂົງເຂດຕຸລາການ, ຫວຽດນາມ-ສປປ.ເກົາຫຼີ ໄດ້ລົງນາມໃນສັນຍາໜູນຊ່ວຍດ້ານຕຸລາການ. ອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການສູນກາງ ສປປ.ເກົາຫຼີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື. ໃນໄລຍະຈະມາເຖິງ, ທ່ານນາງ ດັງທິງອັກທິ້ງ ສະເໜີວ່າ, ສອງຝ່າຍຄວນສືບຕໍ່ຮັດແໜ້ນ ແລະປັບປຸງການພົວພັນດ້ານຕຸລາການ; ພ້ອມທັງປາດຖະໜາຢາກໃຫ້ສອງຝ່າຍແບ່ງປັນບັນດາແນວຄວາມຄິດ, ບົດຮຽນໃນກິດຈະການປະຕິຮູບຕຸລາການ ແລະປັບປຸງລະບົບສານໃຫ້ສົມບູນແບບ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນຫາຫັນລະບຽບການດໍາເນີນຄະດີເປັນທັນສະໄໝ.

ສ່ວນທ່ານ Kang Yun Sok, ປະທານສານສູນກາງ ສປປ.ເກົາຫຼີ ຢັ້ງຢືນວ່າການຢ້ຽມຢາມ, ເຮັດວຽກໃນຄັ້ງນີ້ຂອງຄະນະ ແມ່ນເພື່ອແນໃສ່ປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບອັນດີງາມລະຫວ່າງ  ຫວຽດນາມ - ສປປ.ເກົາຫຼີ.

ໂດຍ: ທູຈາງ