ທີ່ການເຈລະຈາ, ສອງຝ່າຍຕີລາຄາສູງຄວາມສໍາຄັນຂອງສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA), ຖືນີ້ແມ່ນກໍາລັງໜູນຊຸກຍູ້ວົງເງິນການຄ້າ-ການລົງທຶນສອງຝ່າຍ; ເຫັນດີເປັນເອກະພາບຄວນຊຸກຍູ້ອີຢູ ລົງນາມ ແລະໃຫ້ສັດຕະຍາບັນສັນຍາສະບັບນີ້ໂດຍໄວ ເພື່ອຜົນປະໂຫຍດຂອງປະຊາຄົມວິສາຫະກິດສອງປະເທດ. ສອງຝ່າຍກໍ່ເຫັນດີເປັນເອກະພາບສ້າງກໍານົດທິດໃໝ່ກ່ຽວກັບການຮ່ວມມືພັດທະນາ, ຕອບສະໜອງບັນດາເປົ້າໝາຍບຸລິມະສິດພັດທະນາແບບຍືນຍົງຂອງຫວຽດນາມ ຢ່າງແທດຈິງ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ສຸມໃສ່ເຂົ້າໃນບັນດາຂົງເຂດບໍາລຸງສ້າງວິຊາຊີບ, ສິ່ງແວດລ້ອມ, ຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ...

leftcenterrightdel
ທ່ານ ຟ້າມບິ່ງມີງ ເຈລະຈາກັບທ່ານ Enzo Moavero Milanesi. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ, ຢັ້ງຢືນສະໜັບສະໜູນການພົວພັນລະຫວ່າງຫວຽດນາມ-ອີຢູ ແລະການພົວພັນລະຫວ່າງອີຕາລີ ກັບບັນດາປະເທດອາຊຽນ ໃນສະພາບການ ຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນປີ 2020 ແລະພວມສະໝັກເລືອກຕັ້ງເຂົ້າຕໍາແໜ່ງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ສອງຝ່າຍໄດ້ແລກປ່ຽນກ່ຽວກັບຄວາມສໍາຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ຢັ້ງຢືນຫຼັກການເຄົາລົບກົດໝາຍ ແລະເນັ້ນໜັກຫຼັກໝັ້ນສະໜັບສະໜູນການແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ໂດຍ: ບົວພອນ