ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ ແລະສູນກາງແນວລາວສ້າງຊາດ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍພົນເອກ ເລດຶກແອັງ ອະດີດປະທານປະເທດແຫ່ງ ສສ ຫວຽດນາມ, ອະດີດກໍາມະການກົມການເມືອງສູນກາງພັກສະໄໝທີ V, VI, VII, VIII, ອະດີດສະມາຊິກສະພາແຫ່ງຊາດສະໄໝທີ VI, VIII, IX.

ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍ ເລດຶກແອັງ ໃນພາລະກິດຕໍ່ສູ້ກູ້ຊາດເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນກໍ່ຄືໃນພາລະກິດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງຫວຽດນາມ ເປັນເວລາຫຼາຍກວ່າ 80 ປີ.

leftcenterrightdel
ສະຫາຍ ເລດຶກແອັງ ອະດີດປະທານປະເທດແຫ່ງ ສສ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ເລດຶກແອັງ ເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ ແລະຫວຽດນາມ ຕະຫຼອດມາ.

ການຈາກໄປຂອງສະຫາຍ ເລດຶກແອັງ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ສະໜິດສະໜົມ ແລະໃກ້ຊິດຂອງພັກ, ລັດ ແລະປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.

ໃນໄລຍະເວລາອັນໂສກເສົ້າເສຍດາຍນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ ແລະສູນກາງແນວລາວສ້າງຊາດ ຂໍແບ່ງເບົາຄວາມໂສກເສົ້າ ແລະສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ ຫວຽດນາມ ແລະສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຄືຄອບຄົວ, ຍາດຕິພີ່ນ້ອງ ແລະເພື່ອນມິດຂອງສະຫາຍ ເລດຶກແອັງ ມານະໂອກາດນີ້ດ້ວຍ.

ໂດຍ: ໜັງສືພິມປະຊາຊົນລາວ