ຕອນເຊົ້າວັນທີ 22 ເມສາ, ຢູ່ນິວຢອກ, ທ່ານພົນເອກ ໂຕເລິມ ແລະຄະນະໄດ້ໄປຢ້ຽມຢາມສໍານັກງານສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ແລະມີການພົບປະເຈລະຈາກັບທ່ານ Vladimir Voronkov, ຮອງເລຂາທິການໃຫຍ່ຜູ້ຮັບຜິດຊອບຕ້ານ ແລະສະກັດກັ້ນການກໍ່ການຮ້າຍຂອງ ສປຊ.

ທ່ານ Vladimir Voronkov ຮັບຮູ້ໝາກຜົນແຫ່ງການຮ່ວມມືໃນໄລຍະຜ່ານມາລະຫວ່າງບັນດາອົງການຂອງ ສປຊ ກັບກະຊວງຕໍາຫຼວດຫວຽດນາມ ໃນການຕ້ານ ແລະສະກັດກັ້ນການກໍ່ການຮ້າຍ, ເປັນຕົ້ນແມ່ນໃນການບໍາລຸງສ້າງຍົກສູງກໍາລັງຄວາມສາມາດ, ແບ່ງປັນຂໍ້ມູນຂ່າວສານ; ຮັບປະກັນຄວາມໝັ້ນຄົງດ້ານການບິນ, ຕ້ານການອຸປະຖຳໃຫ້້ແກ່ການເຄື່ອນໄຫວກໍ່ການຮ້າຍ ແລະຄວບຄຸມຊາຍແດນ...

leftcenterrightdel
ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ພົບປະເຈລະຈາກັບທ່ານ Vladimir Voronkov ຮອງເລຂາທິການໃຫຍ່ຜູ້ຮັບຜິດຊອບຕ້ານ ແລະສະກັດກັ້ນການກໍ່ການຮ້າຍຂອງ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນເອກ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາສືບຕໍ່ເພີ່ມທະວີຄວາມມານະພະຍາຍາມ, ຮ່ວມມືກັບສາກົນໃນການປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກຂອງ ສປຊ, ຜັນຂະຫຍາຍບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຕ້ານການກໍ່ການຮ້າຍຢ່າງເຂັ້ມງວດ, ເຂົ້າຮ່ວມບັນດາກອງປະຊຸມໃນພາກພື້ນຂອງ ສປຊ ກ່ຽວກັບຕ້ານການກໍ່ການຮ້າຍ ເຊິ່ງຈະໄດ້ຈັດຕັ້ງຢູ່ Belarus ໃນທ້າຍປີນີ້ ແລະກອງປະຊຸມການນໍາຂັ້ນສູງຂອງ ສປຊ ກ່ຽວກັບຕ້ານການກໍ່ການຮ້າຍໃນປີ 2020 ຢ່າງຄົບຖ້ວນ ແລະມີຄວາມຮັບຜິດຊອບ.

ໂດຍ: ທູຈາງ