ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ, ໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ, ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດ ແລະປາດຖະໜາຢາກພັດທະນາການພົວພັນຮ່ວມມືຮອບດ້ານກັບອາເມລິກາ. ທ່ານນາງ ຫງວຽນທິກິມເງິນ ຖືວ່າ, ການແລກປ່ຽນຄະນະຜູ້ແທນທຸກຂັ້ນໄດ້ສວມບົດບາດສຳຄັນທີ່ສຸດໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ແລະຊຸກຍູ້ການຮ່ວມມື ຫວຽດນາມ-ອາເມລິກາ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Patrick Leahy, ສະມາຊິກສະພາສູງ, ຮອງປະທານຄະນະກໍາມະການຈັດສັນງົບປະມານສະພາສູງອາເມລິກາ. ພາບ: ຈ໊ຽນຖັ໊ງ.

ບັນດາສະມາຊິກສະພາສູງອາເມລິກາ ສະແດງຄວາມສົນໃຈເຖິງບັນດາຂົງເຂດ ເຊິ່ງຫວຽດນາມໃຫ້ບຸລິມະສິດດຶງດູດການລົງທຶນຈາກຕ່າງປະເທດ, ປາດຖະໜາຢາກແບ່ງປັນບົດຮຽນໃນຂົງເຂດຊຸກຍູ້ສິດແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ. ບັນດາສະມາຊິກສະພາສູງ ເຊື່ອໝ້ັນວ່າ ຫວຽດນາມ-ອາເມລິກາ ຈະດໍາເນີນການເຈລະຈາ, ລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີສອງຝ່າຍໂດຍໄວ ເພື່ອຊຸກຍູ້ການພັດທະນາການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ.

ໂດຍ: ສົມເພັດ