ຕາມບົດຂຽນແລ້ວ, ສ.ເຊັກ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືພັດທະນາໃນໄລຍະຈະມາເຖິງ. ທີໜຶ່ງ, ການພົວພັນລະຫວ່າງສອງປະເທດໄດ້ຮັບການກໍ່ສ້າງບົນພື້ນຖານມິດຕະພາບມາແຕ່ດົນນານ, ພິເສດແມ່ນການພົວພັນດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ທີສອງ, ປະຊາຄົມຊາວຫວຽດນາມອາໄສຢູ່ ເຊັກ ເປັນຈຳນວນຫຼວງຫຼາຍ, ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າສັງຄົມປະເທດປະຈຳຖິ່ນ ແລະມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກັບພາຍໃນປະເທດ.

ທີສາມ, ປະຈຸບັນ ຫວຽດນາມ ເປັນສະມາຊິກສໍາຄັນຂອງອາຊຽນ ເຊິ່ງແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນຂອງໂລກ. ຫວຽດນາມ ສາມາດສວມບົດບາດເປັນຂົວຕໍ່ເພື່ອໃຫ້ເຊັກ ເວົ້າສະເພາະ ແລະອີຢູ ເວົ້າລວມ ເພີ່ມທະວີການຮ່ວມມືກັບອາຊຽນ. ກົງກັນຂ້າມ, ເຊັກ ເປັນສະມາຊິກສໍາຄັນຂອງອີຢູ. ເຊັກ ສາມາດສວມບົດບາດເປັນຂົວຕໍ່ເພື່ອໃຫ້ຫວຽດນາມ ເພີ່ມທະວີການຮ່ວມມືກັບອີຢູ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ ຢູ່ສະໜາມບິນສາກົນ Henri Coanda ທີ່ນະຄອນຫຼວງ Bucharest, ປະເທດ ໂຣມາເນຍ ໃນວັນທີ 14 ເມສາ. ພາບ: ສໍານັກຂ່າວສານຫວຽດນາມ. 

ປະຈຸບັນ ອີຢູ ເວົ້າລວມ, ໃນນັ້ນມີ ເຊັກ ລ້ວນແຕ່ມີແຜນນະໂຍບາຍຫັນການຄ້າເປັນຫຼາຍຝ່າຍ. ໃນສະພາບການພື້ນຖານເສດຖະກິດຂອງ ເຊັກ ຖືກຜົນກະທົບຈາກການຜັນແປຢ່າງສັບສົນຂອງສະພາບການໂລກ, ເຊັກ ມີແຜນນະໂຍບາຍເພີ່ມທະວີການພົວພັນກັບບັນດາປະເທດອາຊີ ເພື່ອຊອກຫາເປີດກວ້າງຕະຫຼາດສົ່ງອອກ. ໃນຂະນະນັ້ນ, ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນດ້ວຍຈຳນວນພົນລະເມືອງກວ່າ 90 ລ້ານຄົນ ແລະນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າພື້ນຖານເສດຖະກິດໂລກ. ເປັນໜ້າເອົາໃຈໃສ່, ເຊັກ ແມ່ນໜຶ່ງໃນບັນດາປະເທດອີຢູທີ່ມີພື້ນຖານວິທະຍາສາດເຕັກນິກ ແລະເຕັກໂນໂລຢີກ້າວໜ້າ, ເປັນຕົ້ນແມ່ນໃນຂົງເຂດການຜະລິດລົດໂອໂຕ, ເຕັກໂນໂລຢີປຸງແຕ່ງສະບຽງອາຫານ, ການຜະລິດເບຍ... ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ສອງປະເທດຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

ບົດຂຽນສະຫຼຸບວ່າ, ການຢ້ຽມຢາມ ແລະເຮັດວຽກຢູ່ ສ.ເຊັກ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ສືບຕໍ່ສະແດງໃຫ້ເຫັນສາຍພົວພັນດ້ານການເມືອງອັນດີງາມລະຫວ່າງຫວຽດນາມ ແລະ ສ.ເຊັກ ກໍ່ຄືໄດ້ຮັບຄວາມມຸ່ງຫວັງຈະສ້າງກໍາລັງໜູນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ