ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ, ການນໍາບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ ພ້ອມກັບປະຊາຊົນໃນທົ່ວປະເທດເປັນຈໍານວນຫຼວງຫຼາຍໄດ້ເຂົ້າຮ່ວມພິທີດັ່ງກ່າວ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນດໍາເນີນພິທີການຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ. ພາບ: qdnd.vn.

ພິທີບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ປີ 2019 ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສົມກຽດ, ມີລັກສະນະປະຊາຄົມຢ່າງເລິກເຊິ່ງ ຕິດພັນກັບບັນດາການເຄື່ອນໄຫວເພື່ອແນໃສ່ເຊີດຊູບັນດາຄຸນຄ່າທາງດ້ານວັດທະນະທໍາໃນສະໄໝ ຮຸ່ງເວືອງ. ພ້ອມທັງໂຄສະນາໃຫ້ພໍ່ແມ່ປະຊາຊົນໃນທົ່ວປະເທດ ກໍ່ຄືເພື່ອນມິດສາກົນກ່ຽວກັບສອງມໍລະດົກວັດທະນະທໍານາມມະທໍາຕາງໜ້າຂອງມວນມະນຸດ ນັ້ນແມ່ນ “ຂັບຊວານຝູທໍ້” ແລະ “ງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງຢູ່ຝູທໍ້”,  ປະກອບສ່ວນຍົກສູງຄຸນຄ່າວັດທະນະທໍາຫວຽດນາມ ໃນຊີວິດການເປັນຢູ່ຂອງວົງຄະນາຍາດແຫ່ງຊາດ ແລະໃນເວທີສາກົນ.

ໂດຍ: ທູຈາງ