leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍພັນລະຍາໄປຮອດສະໜາມບິນ Henri Coanda ຢູ່ນະຄອນຫຼວງ Bucharest, ປະເທດໂຣມາເນຍ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງໄປຮອດນະຄອນຫຼວງ Bucharest, ທ່ານ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມແຂວງ Prahova. ນະທີ່ນີ້, ທ່ານ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບທ່ານນາງ Ioana Madalina Lupea, ເຈົ້າແຂວງໆ Prahova. ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ການຮ່ວມມືກັບທ້ອງຖິ່ນແມ່ນຮູບແບບຮ່ວມມືທີ່ເປັນແບບຢ່າງ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງແຂວງ Prahova ກັບບັນດາທ້ອງຖິ່ນຂອງຫວຽດນາມ, ເປັນຕົ້ນແມ່ນບັນດາຂົງເຂດທີ່ແຂວງມີທ່າແຮງຄືການທ່ອງທ່ຽວ, ການສຶກສາ-ກໍ່ສ້າງ, ນໍ້າມັນອາຍແກັສ, ກະສິກໍາ-ປ່າໄມ້. ນີ້ແມ່ນບັນດາຂົງເຂດບຸລິມະສິດຂອງຫວຽດນາມເວົ້າລວມໃນການຮ່ວມມືກັບໂຣມາເນຍ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Ioana Madalina Lupea. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Ioana Madalina Lupea ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ແຂວງ Prahova ໄດ້ສົມທົບກັບຫ້ອງການການຄ້າ ສະຖານທູດຫວຽດນາມ ປະຈໍາໂຣມາເນຍ ຈັດຕັ້ງກອງປະຊຸມສໍາມະນາ, ການພົບປະກັບວິສາຫະກິດເປັນປະຈໍາ  ເພື່ອແນໃສ່ແນະນໍາຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ, ການສຶກສາ ແລະການພົບປະແລກປ່ຽນວັດທະນະທໍາລະຫວ່າງແຂວງ Prahova ກັບຫວຽດນາມ. ທ່ານນາງ Ioana Madalina Lupea ເນັ້ນໜັກວ່າ ແຂວງ Prahova ປາດຖະໜາຢາກເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດທີ່ແຂວງມີທ່າແຮງ.

ໂດຍ: ທູຈາງ