ຕັ້ງຢູ່ຂ້າງເສັ້ນທາງຫຼວງ 24B, ສັງກັດບໍລິເວນບ້ານ ຕືກູງ, ຕາແສງ ຕິ້ງເຄ, ເມືອງ ເຊີນຕິ້ງ, ຫ່າງຈາກໃຈກາງນະຄອນ ກວາງຫງ້າຍ ປະມານ 12 ກິໂລແມັດ, ເຂດຮ່ອງຮອຍດັ່ງກ່າວທັງແມ່ນສະຖານທີ່ວາງສະແດງຮູບພາບ, ວັດຖຸພັນ, ພ້ອມທັງແມ່ນສະຖານທີ່ຕັ້ງອະນຸສາວະລີ 504 ຜູ້ຖືກເຄາະຮ້າຍໃນເຫດເຂັ່ນຂ້າເຊີນໝິ້.

leftcenterrightdel
ນັກທ່ອງທ່ຽວຢ້ຽມຊົມສະຖານທີ່ວາງສະແດງບັນດາວັດຖຸພັນຢູ່ເຂດຮ່ອງຮອຍເຊີນໝິ້. ພາບ: ຊອງແທງ.

ເຫດເຂັ່ນຂ້າເຊີນໝິ້ ເກີດຂຶ້ນໃນວັນທີ 16 ມີນາ 1968, ໂດຍໝວດທະຫານສັງກັດກໍາລັງທະຫານພິເສດ Barker ກອງພົນນ້ອຍ 11 (ອາເມລິກາ) ກໍ່ຂຶ້ນ, ເຮັດໃຫ້ຫາງສຽງສະໜັ່ນຫວັ່ນໄຫວໄປທົ່ວໂລກ. ພຽງແຕ່ໃນຕອນເຊົ້າ, ສາມັນຊົນທີ່ບໍ່ມີໂທດກຳ 504 ຄົນຖືກຂ້າຕາຍ, ໃນນັ້ນແມ່ຍິງ 182 ຄົນ, ເດັກນ້ອຍ 173 ຄົນ, ຜູ້ເຖົ້າ 60 ຄົນ. ພາຍຫຼັງເຫດການເຂັ່ນຂ້າ, ຄະນະກໍາມະການແນວໂຮມປົດປ່ອຍປະເທດຊາດທຸກຂັ້ນ ແລະລັດຖະບານປະຊາທິປະໄຕ ສາທາລະນະລັດ ຫວຽດນາມ ໄດ້ອອກສຽງຮ້ອງຟ້ອງຕໍ່ຫາງສຽງທັງຢູ່ພາຍໃນ ແລະຕ່າງປະເທດກ່ຽວກັບໂທດກຳຂອງກອງທະຫານທີ່ສູ້ຮົບຢູ່ແດນໄກອາເມລິກາ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງຮອດ 1 ປີເຄິ່ງ, ເຫດສະຫຍົດສະຫຍອງດັ່ງກ່າວຈຶ່ງໄດ້ສືບສາວເລົ່າເລື່ອງ ຢູ່ອາເມລິກາ ໂດຍບັນດານັກຂ່າວ ແລະທະຫານຜ່ານເສິກອາເມລິກາ.

leftcenterrightdel
ອະນຸສາວະລີຮ່ອງຮອຍເຊີນໝິ້. ພາບ: phunuonline.com.vn.

ຕາມການແນະນໍາຂອງພະນັກງານເຂດຮ່ອງຮອຍດັ່ງກ່າວແລ້ວ, ພາຍຫຼັງທີ່ພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍ, ອໍານາດການປົກຄອງການປະຕິວັດໄດ້ປົກປັກຮັກສາບັນດາຮ່ອງຮອຍທີ່ຍັງເຫຼືອພາຍຫຼັງການເຂັ່ນຂ້າ, ກໍ່ສ້າງສະຖານທີ່ອາໄລຫາບັນດາຜູ້ຖືກເຄາະຮ້າຍ ແລະຫໍວາງສະແດງຮູບພາບ, ວັດຖຸພັນກ່ຽວຂ້ອງເຖິງເຫດເຂັ່ນຂ້າເຊີນໝິ້ ຢູ່ບ້ານ ຕືກູງ. ຜ່ານຫຼາຍຄັ້ງທີ່ບູລະນະປະຕິສັງຂອນ, ປະຈຸບັນ, ເຂດຮ່ອງຮອຍດັ່ງກ່າວມີເນື້ອທີ່ 2,4 ແຮັກຕາ, ລວມທັງສອງເຂດຕົ້ນຕໍແມ່ນເຂດຮ່ອງຮອຍພູມສາດຕົວຈິງ (ຢູ່ທິດຕາເວັນຕົກ) ໄດ້ຮັບການອະນຸລັກຮັກສາ, ບູລະນະປະຕິສັງຂອນ ແລະເຂດຫໍວາງສະແດງ, ອະນຸສາວະລີ, ເຮືອນຮັບແຂກ (ຢູ່ທິດຕາເວັນອອກ). ນອກຈາກນັ້ນ, ຍັງມີບັນດາຮ່ອງຮອຍອື່ນທີ່ກ່ຽວຂ້ອງເຖິງເຫດເຂັ່ນຂ້າຢູ່ບ້ານ ຕືກູງ ແລະບ້ານ ໝິ້ລາຍ.

ເມື່ອໄປຢ້ຽມຢາມເຂດຮ່ອງຮອຍເຊີນໝິ້ ນີ້, ແຂກທີ່ມາຢ້ຽມຊົມຈະໄດ້ເຫັນປະຈັກຕາບັນດາຂຸມຝັງສົບລວມໝູ່ຂອງບັນດາຜູ້ຖືກເຄາະຮ້າຍ, ຂຸມຄອງ ແລະພື້ນເຮືອນທີ່ຖືກໄຟໄໝ...;ໄດ້ຊົມບັນດາຮູບພາບໂດຍນັກຂ່າວກອງທັບອາເມລິກາ Ronald Haeberle ຖ່າຍໄວ້ຢູ່ ເຊີນໝິ້ ໃນຕອນເຊົ້າວັນທີ 16 ມີນາ 1968, ນັ້ນແມ່ນຮູບພາບເມື່ອໄດ້ເຜີຍແຜ່ອອກໄປເຮັດໃຫ້ຫາງສຽງບໍ່ພໍໃຈທີ່ສຸດ ແລະກ່າວປະນາມຄວາມໂຫດຫ້ຽມ, ໂຫດຮ້າຍສາມານຂອງກອງທັບອາເມລິກາ.

 

ແປໂດຍ: ຫງວຽນກຸກ