ເຖິງວ່າການໄປປະຕິບັດງານຄັ້ງນີ້ດຳເນີນໃນໄລຍະສັ້ນກໍ່ຕາມ, ແຕ່ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ປະຊາຊົນຢູ່ເຂດກຳເນີດການປະຕິວັດກ່ຽວກັບມູນເຊື້ອອັນດີງາມຂອງທະຫານ ລຸງໂຮ່ ແລະອາລົມຈິດອັນສະໜິດຕິດພັນລະຫວ່າງທະຫານ-ປະຊາຊົນ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນໃຫ້ແກ່ປະຊາຊົນ. ພາບ: ເຄືອງຢວານ-ຫາຍບຽນ

ທີ່ ດິ້ງຫ໋ວາ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະຄະນະປະຕິບັດງານດຳເນີນການຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈິມິນ ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ATK ທີ່ກີ່ວ ແຢ, ດິ້ງຫ໋ວາ. ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫງວຽນຈີ໋ແທງ ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງການຕໍ່ຕ້ານຂອງກົມໃຫຍ່ການເມືອງ (ບ້ານ ເຖີມຕັ໋ງ, ຕາແສງ ດິ້ງບຽນ) ແລະ ມອບຂອງຂວັນ 32 ພູດ (1 ລ້ານດົ່ງ/ພູດ) ໃຫ້ແກ່ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາຄອບຄົວຜູ້ທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດໃນບໍລິເວນ.

ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບທ່ານຫົວໜ້າກົມໃຫຍ່ການເມືອງມາຢ້ຽມຢາມ  ATK, ທ່ານ ເລືອງວັນແລ່ງ, ເລຂາພັກເມືອງ ດິ້ງຫ໋ວາ ໃຫ້ຮູ້ວ່າ: ອົງຄະນະພັກ, ອຳນາດການປົກຄອງເມືອງ ດິ້ງຫ໋ວາ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈທີ່ເປັນບ້ານເກີດເມືອງນອນ ATK – “ນະຄອນຫຼວງແຫ່ງການຕໍ່ຕ້ານ” ຂອງທົ່ວປະເທດ. ເສີມຂະຫຍາຍມູນເສື້ອດັ່ງກ່າວ, ໃນຊຸມປີຜ່ານມາທ້ອງຖິ່ນໄດ້ມີຫຼາຍແຜນນະໂຍບາຍ, ມາດຕະການຊີ້ນຳນຳພາຍູ້ແຮງວິວັດການພັດທະນາເສດຖະກິດ-ສັງຄົມຕິດພັນກັບການປັບປຸງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເຊິ່ງເປົ້າໝາຍຕົ້ນຕໍແມ່ນຮັບປະກັນຊີວິດສັງຄົມເປັນຢ່າງດີ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດກົກເຄົ້າເຫງົ້າກຳຂອງການປະຕິວັດ.

ທ່ານ ລ້ຽວວັນງົນ, ພະນັກງານໄລຍະກ່ອນການລຸກຮືຂຶ້ນຢູ່ບ້ານ ລ່າງເຫວ້, ຕາແສງ ດິ້ງບຽນ ປະຈຸບັນອາຍຸມີ 96 ປີມີຄວາມສະເທືອນໃຈຈົນເວົ້າບໍ່ອອກ, ເມື່ອໄດ້ຮັບຂອງຂວັນ. ແລະ ທ່ານ ມາລັງດ່ວານ, ອາຍຸ 63 ປີ ຢູ່ບ້ານ ກວາງອາ, ຕາແສງ ດິ້ງບຽນ, ທະຫານເສຍອົງຄະຊັ້ນ 4/4 ໃຫ້ຮູ້ວ່າ: ຄວາມເອົາໃຈໃສ່ຂອງກອງທັບທີ່ມີຕໍ່ບັນດາເປົ້າໝາຍທີ່ມີຄຸນງາມຄວາມດີເວົ້າລວມ ແລະຂ້າພະເຈົ້າເອງເວົ້າສະເພາະແມ່ນນັບຖືເປັນຢ່າງສູງ; ເຖິງວ່າຂອງຂວັນບໍ່ໃຫຍ່, ແຕ່ເຕັມໄປດ້ວຍຄວາມຮັກແພງ, ຍ້ອນວ່າສິ່ງດັ່ງກ່າວສະແດງໃຫ້ເຫັນສິນທຳທີ່ວ່າກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ.

ເມື່ອຮັບຟັງແນວຄິດຈິດໃຈຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນໃນບ້ານເກີດເມືອງນອນ ATK, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ປາດຖະໜາວ່າ, ກຳລັງປະກອບອາວຸດ ແລະຄະນະພັກ, ອຳນາດການປົກຄອງທ້ອງຖິ່ນປະຕິບັດໜ້າທີ່ຝຶກຊ້ອມ, ກຽມພ້ອມສູ້ຮົບເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມວຽກງານກໍ່ສ້າງຊົນນະບົດໃໝ່, ກຳນົດຫຼາຍແຜນນະໂຍບາຍ, ມາດຕະການເພື່ອພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງບ້ານເກີດເມືອງນອນແຫ່ງການປະຕິວັດໃຫ້ນັບມື້ນັບຮັ່ງມີ ແລະສວຍງາມ.

ລາກ່ອນ ຟູ໋ດິ່ງ, ດິ້ງຫ໋ວາ ໃນຄວາມຄິດຮອດຄິດເຖິງ ແລະຄວາມສະເທືອນໃຈ, ພວກເຮົານຳເອົາຮູບພາບປະຊາຊົນຢູ່ເຂດຖານທີ່ໝັ້ນປະຕິວັດ, ເຖິງວ່າຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ...ແຕ່ວ່າຍັງຄົງມີຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຕໍ່ພັກທີ່ມີກຽດສະຫງ່າ, ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະຄວາມເອົາໃຈໃສ່ຂອງພັກ, ລັດ, ກອງທັບ.

 

ແປໂດຍ: ກວຽດເຕີມ