ເມື່ອຮັບຄໍາເຊີນຂຽນບົດຄວາມຊົງຈໍາທີ່ກ່ຽວຂ້ອງເຖິງບຸນເຕັດໃຫ້ໜັງສືພິມເຫດການ ແລະຕົວພະຍານລາຍເດືອນສະບັບປີໃໝ່, ຂ້າພະເຈົ້າຕ້ອງຄິດຫຼາຍ, ຍ້ອນວ່າມາຮອດປະຈຸບັນ, ເປັນຕົ້ນແມ່ນໄລຍະເປັນທະຫານ (ແມ່ນນັກຮົບຕໍ່ສູ້ຢູ່ແຂວງ ກວາງຈີ້ ແລະເປັນນັກຂ່າວທະຫານທີ່ເຂົ້າຮ່ວມຫຼາຍບັ້ນຮົບແລ້ວ), ຂ້າພະເຈົ້າມີຄວາມຊົງຈໍາຫຼາຍ, ສະນັ້ນບໍ່ຮູ້ວ່າຈະເລືອກເອົາຄວາມຊົງຈໍາໃດເພື່ອລົງໜັງສືພິມລາຍເດືອນຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ເຊິ່ງແມ່ນໜັງສືພິມທີ່ປະກອບດ້ວຍເອກະສານອຸດົມສົມບູນ ແລະມ່ວນຫຼາຍນີ້? ເມື່ອເລືອກເອົາບຸນເຕັດທີ່ໜ້າຈົດຈໍາທີ່ສຸດໃນຊີວິດຂອງຕົນ, ແມ່ນຕ້ອງເລືອກເອົາບຸນເຕັດປີເຖາະ 1975, ບຸນເຕັດສຸດທ້າຍຂອງສະໄໝສົງຄາມທີ່ແກ່ຍາວມາເປັນເວລາຫຼາຍປີຢູ່ປະເທດເຮົາ.

ຄວາມຊົງຈຳແມ່ນຄືແນວນີ້:

ໃນກາງເດືອນທັນວາ 1974, ບັ້ນຮົບ ເຟືອກລອງ ລະເບີດຂຶ້ນອັນໄດ້ເປັນສັນຍານກ່ຽວກັບການບຸກໂຈມຕີຂະໜາດໃຫຍ່ໃຫຍ່ຂອງກອງທັບເຮົາ. ຍ້ອນກໍາແໜ້ນເຈຕະນາຍຸດທະສາດຂອງຂັ້ນເທິງບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ, ພັນເອກພິເສດ ຫງວຽນດິ່ງເອຶອກ ໄດ້ຈັດຕັ້ງ 3 ກຸ່ມນັກຂ່າວສະໜາມຮົບ, ແຕ່ລະກຸ່ມມີ 3 ຄົນ, ເດີນທາງໄປສະໜາມຮົບເພື່ອສ່ອງແສງບັ້ນຮົບທີ່ດຸເດືອດ, ດ້ວຍຂະໜາດໃຫຍ່ໃຫ້ທ່ວງທັນ. ກຸ່ມໜຶ່ງໄປຍັງທິດຕາເວັນຕົກພາກໃຕ້ ແລະກຸ່ມໜຶ່ງໄປສູ່ທິດຕາເວັນອອກພາກໃຕ້ ແລະກຸ່ມຍັງເຫຼືອໄປທິດໃຕ້ສຸດຂອງພາກກາງ, ລວມມີອ້າຍ ເຈີ່ນຫືວຕ່ອງ, ຮ່າດິ່ງເກີ້ນ ແລະຂ້າພະເຈົ້າ.

leftcenterrightdel
ຄະນະນັກຂ່າວໜັງສືພິມກອງທັບປະຊາຊົນພົບປະແມ່ທັບຍິງ ຫງວຽນທິດີ້ງ ຢູ່ສາຍພູຫຼວງ, ເດືອນ ມັງກອນ 1975 ( ນັກປະພັນຢູ່ນອກ, ເບື້ອງຂວາ). ພາບສາລະຄະດີ

ຕອນເຊົ້າວັນທີ 22 ມັງກອນ 1975, ພວກຂ້າພະເຈົ້າໄດ້ຂຶ້ນລົດ GAZ, ເດີນທາງຈາກສໍານັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ໄປພາກໃຕ້.

ໂດຍແມ່ນຜູ້ທີ່ມັກຂຽນບັນທຶກປະຈຳວັນນັບແຕ່ເມື່ອເຂົ້າເປັນທະຫານ, ຕະຫຼອດຮອດເວລາກາຍເປັນນັກຂ່າວ ສະນັ້ນຍາມໃດຂ້າພະເຈົ້າກໍ່ຖືປຶ້ມບັນທຶກປະຈໍາວັນຕິດຕົວ. ປະຈຸບັນ, ເພື່ອຫວນຄືນບັນຍາກາດບຸນເຕັດທີ່ໜ້າຈົດຈໍາໃນຊີວິດຂອງຕົນ, ຂ້າພະເຈົ້າຂໍແນະນໍາບາງຕອນໃນປຶ້ມບັນທຶກປະຈໍາວັນນີ້ຕໍ່ເພື່ອນຜູ້ອ່ານ.

ວັນທີ 10 ກຸມພາ 1975 ( ກົງກັບວັນທີ 30 ບຸນເຕັດ)

ປ້ອມ T10, ສົ້ນທາງຕິດຕໍ່ພາທາງ 559, ຍັງມີປ້ອມ 11 ຂອງພາກໃຕ້ອີກແມ່ນຈະຮອດບູດົບ, ຈຸດໝາຍສຸດທ້າຍບົນສາຍພູຫຼວງຂອງຕົນ.

ນີ້ແມ່ນແຂວງ Mondulkiri, ກໍາປູເຈຍ.

ໃນຕະຫຼອດຄືນຂີ່ລົດ GAZ. ຮອດຍາມຮຸ່ງເຊົ້າ, ປະຈຸບັນຢູ່ປ້ອມທີ່ສະອາດສວຍງາມ, ໄດ້ຮັບເຂົ້າຕົ້ມ, ຢາສູບ, ຊາ... ຮອດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ມີຄະນະສິລະປະປະຈັນບານຈາກແຂວງ ຕວຽນກວາງ, ອຽນບ່າຍ ມາສະແດງຮັບໃຊ້ນັກຮົບເຮົາຢູ່ພາກໃຕ້...

ຂ້າພະເຈົ້າໄດ້ດໍາລົງຊີວິດໃນບັນຍາກາດເບີກບານມ່ວນຊື່ນ ແລະແປກປະຫຼາດ, ເຖິງວ່າຈະອິດເມື່ອຍທີ່ສຸດກໍ່ຕາມ....

ຈາກອຸມົງດັກດາມ, ເຮົາໄດ້ເຂົ້າໄປຍັງດິນແດນກໍາປູເຈຍ ປະມານ 30 ກິໂລແມັດ...

ເຮົາໄດ້ໄປຜ່ານລາວ ເປັນເວລາ 5 ວັນ ແລະອາດຈະຢູ່ກໍາປູເຈຍ ຕື່ມອີກສອງ ສາມວັນ,  ຈັ່ງຊັ້ນເຮົາໄດ້ມີໂອກາດໄປຕ່າງປະເທດເຊັ່ນຜູ້ອື່ນແລ້ວ...

ແຕ່ນີ້ໄປ  Angkor ບໍ່ໄກປານໃດ.

ສະບາຍດີ ກໍາປູເຈຍ. ຂ້າພະເຈົ້າຈະຕ້ອນຮັບປີໃໝ່ຕ່າງກັບ 31 ປີຜ່ານມາ. ຂໍຂອບໃຈຊີວິດ...

... ຟ້າເອີຍ, ນົກໂຕໃດຮ້ອງສຽງດັງກ້ອງກັງວານໄປທົ່ວເສັ້ນຊາຍແດນ ສາມປະເທດ? ທັບພັກຕັ້ງຢູ່ພື້ນທີ່ສູງ, ສະອາດ, ທຸກຄົນຕ່າງກໍ່ພໍໃຈ, ເວັ້ນເສຍແຕ່ສຸຂະພາບເທົ່ານັ້ນ...

ໄດ້ພົບປະກັບອັນໃໝ່ໄດ້ຊ່ວຍໃຫ້ຕົນຄົ້ນພົບ ແລະເຂົ້າໃຈຕື່ມອັນເກົ່າ, ຮູ້ສຶກຕົນເອງ, ຊອກເຫັນຕົນເອງຜ່ານສາຍພູຫຼວງ.

-ນ້ອງ, ນ້ອງໄດ້ນຳເອົາອະດີດຕະການຂອງອ້າຍມາວາງຢູ່ຕາມສາຍພູຫຼວງ.

-ໃນອະນາຄົດເຮົາຈະຄິດຮອດ ແລະຮູ້ສຶກເສຍດາຍໄລຍະເວລານີ້. ດຽວນີ້ກໍ່ຄິດຮອດມັນແລ້ວ.

1 ໂມງ 30 ນາທີ ຮຸ່ງເຊົ້າ ວັນທີ 1 ມັງກອນ 1975 (ຕາມຈັນທະປະຕິທິນ):  ກາງຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ຫາຍາກໃນດິນແດນກໍາປູເຈຍ. 

“ບໍ່ມີຫຍັງມ່ວນຊື່ນກວ່າເມື່ອຈິດໃຈໄດ້ພົບປະກັນ”.

ດໍາລົງຊີວິດສະພາບທັງອິດເມື່ອຍ ທັງສະເທືອນໃຈ.

ຮຸນແຮງ ແລະອ່ອນໂຍນ.

ນີ້ແມ່ນສຽງກ້ອງກັງວານໃນກາງຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ຕ້ອງ ຂຽນໃຫ້ຫົວໃຈ, ໃຫ້ຊີວິດ ແລະໃຫ້ທຸກຄົນ...

....ພາຍຫຼັງຊຸມວັນທີ່ບໍ່ມີຝົນຕົກ, ກາງຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຝົນຕົກຢູ່ສາຍພູຫຼວງ, ຝົນຕົກແຫ່ງຄວາມມຸ່ງມາດປາດຖະໜາຢູ່ໃນໃຈຂອງຕົນ.

ແມ່ນແລ້ວ, ແມ່ນຄວາມມຸ່ງມາດປາດຖະໜາ.

ແປໂດຍ: ຫງວຽນກຸກ