ຮ້ອຍເອກ, ທະຫານວິຊາການຍິງ ຫງວຽນທິິກ່ຽວຢ໊ຽມ, ນັກອະທິບາຍທີ່ຫໍພິພິທະພັນໃຫ້ຮູ້ວ່າ: “ນີ້ແມ່ນຈົດໝາຍຕັດສິນໃຈຂອງບັນດາສະຫາຍທີ່ກອງຮ້ອຍ 9, ກອງພັນ 6, ກອງພັນໃຫຍ່ 24, ກອງພົນ 304, ກອງພົນໃຫຍ່ 2 ໄດ້ຂຽນກ່ອນທີ່ເຂົ້າຮ່ວມການບຸກໂຈມຕີສັດຕູເພື່ອຢືດເອົາເຂດ ເທື້ອງດຶກ - ຊຶ່ງແມ່ນໜຶ່ງໃນບັນດາຖານທີ່ໝັ້ນໃຫຍ່ທີ່ສຸດຂອງສັດຕູຢູ່ພາກໃຕ້ໃນຊຸມວັນທ້າຍເດືອນ ກັນຍາ ປີ 1974.

leftcenterrightdel
ຈົດໝາຍຕັດສິນໃຈທີ່ຂຽນດ້ວຍເລືອດຂອງສະຫາຍ ເລຊວນຮຸ່ງ ໄດ້ວາງສະແດງທີ່ຫໍພິພິທະພັນກອງພົນໃຫຍ່ 2. ພາບ: ຫງວຽນທູ

ໃນຈົດໝາຍວັນທີ 27 ກັນຍາ ປີ 1974, ສະຫາຍ ເລຊວນຮຸ່ງ ຂຽນວ່າ “ສະພາບການໃນປັດຈຸບັນຂອງກໍາລັງປະກອບອາວຸດ ແມ່ນຍັງໜັກໜ່ວງທີ່ສຸດ, ແຕ່ພັດມີຄວາມເອກອ້າງທະນົງໃຈທີ່ສຸດ.  ຂ້າພະເຈົ້າຄວນເຮັດຫຍັງເພື່ອສົມກັບມູນເຊື້ອນັ້ນ. ຂ້າພະເຈົ້າໝັ້ນໝາຍຈະອອກແຮງສູ້ຮົບ, ຮໍ່າຮຽນແລະປະຕິບັດງານໃຫ້ດີທີ່ສຸດ”. ກໍ່ເຊັ່ນດຽວກັນກັບເພື່ອນຮ່ວມກົມກອງຂອງຕົນ, ໃນຈົດໝາຍທີ່ຂຽນເມື່ອວັນທີ 26 ກັນຍາ ປີ 1974, ສະຫາຍ ຢ໊ວານດັງເລືອງ ໄດ້ສະແດງຄວາມຕັດສິນໃຈວ່າ: “ຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກລໍາບາກຢ່າງດຸເດືອດ, ເຖິງວ່າຈະຕ້ອງສູ້ຮົບຕະຫຼອດ ແລະອາດສາມາດຈະເສຍສະຫຼະຊີວິດ, ຂ້າພະເຈົ້າກໍ່ຕັດສິນໃຈຈັບປືນຕໍ່ສູ້ເພື່ອພັກຈົນເຖິງລົມຫາຍໃຈສຸດທ້າຍ”.

ບັນດາຈົດໝາຍດັ່ງກ່າວສະແດງໃຫ້ເຫັນຄວາມຕັດສິນໃຈ, ຄວາມໄວ້ວາງໃຈຕໍ່ການນໍາພາຂອງພັກ, ຕໍ່ໄຊຊະນະຂອງການຕໍ່ຕ້ານ; ດ້ວຍກໍາລັງໜຸ່ມແໜ້ນ, ຄວາມກະຕືລືລົ້ນ, ເດັດດ່ຽວຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ເຈດຈໍານົງ, ຄວາມຕັດສິນໃຈອັນແຮງກ້ານັ້ນຂອງບັນດານັກຮົບໄດ້ປະກອບສ່ວນຮັກສາຖານທີ່ໝັ້ນ ເທື້ອງດຶກ ໄວ້ຢ່າງໝັ້ນຄົງ, ນີ້ແມ່ນໄຊຊະນະທີ່ມີຄວາມໝາຍຍຸດທະສາດສໍາລັບສະໜາມຮົບພາກໃຕ້, ປະກອບສ່ວນສ້າງເປັນໄຊຊະນະຂອງບັ້ນຮົບ ໂຮ່ຈິມິນ ປະຫວັດສາດ.

ແປໂດຍ: ກ໋ວຽດເຕີມ