leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ວັນຈູງ.

ເຂົ້າຮ່ວມກອງປະຊຸມດັ່ງກ່າວມີການນໍາຂະແໜງກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະການຮ່ວມມືທາງທະເລ 80 ຄົນທີ່ມາຈາກ 27 ປະເທດສະມາຊິກ ARF, ນັກຊ່ຽວຊານບັນດາອົງການຈັດຕັ້ງສາກົນ, ພາກພື້ນທີ່ກ່ຽວຂ້ອງ ແລະບັນດາກະຊວງ, ຂະແໜງການຂອງຫວຽດນາມ. ນີ້ແມ່ນການເຄື່ອນໄຫວປະຈໍາປີ ໃນຂອບເຂດ ARF ເພື່ອແນໃສ່ກວດກາຄືນສະພາບການຄວາມໝັ້ນຄົງທາງທະເລ, ບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ ARF ແລະສະເໜີການເຄື່ອນໄຫວ, ຂໍ້ລິເລີ່ມໃໝ່ໃຫ້ໄລຍະຕໍ່ໄປ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ວັນຈູງ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງທາງທະເລຢູ່ພາກພື້ນ, ໃນນັ້ນມີໝາກຜົນການຮ່ວມມືກໍຄືບັນດາສິ່ງທ້າທາຍ; ກວດກາສະພາບການເຄື່ອນໄຫວຂອງບັນດາກົນໄກ; ແບ່ງປັນຂໍ້ມູນຂ່າວສານກ່ຽວກັບແຜນນະໂຍບາຍ, ນະໂຍບາຍ ແລະມາດຕະການໄດ້ປະຕິບັດຢູ່ໃນລະດັບຊາດ ແລະພາກພື້ນ; ປຶກສາຫາລືບັນດາຫົວຂໍ້ກ່ຽວກັບຄວາມປອດໄພການເດີນທະເລ, ສິ່ງແວດລ້ອມທະເລ ແລະພັດທະນາແບບຍືນຍົງ... ນອກຈາກນັ້ນ, ບັນດາຜູ້ແທນໄດ້ຮັບຟັງການລາຍງານກ່ຽວກັບໝາກຜົນບັນດາການເຄື່ອນໄຫວທີ່ໄດ້ຜັນຂະຫຍາຍໃນປີກາງສະໄໝຜ່ານມາ, ໃນນັ້ນ, ມີກອງປະຊຸມສໍາມະນາ ARF ກ່ຽວກັບການປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະເອກະສານນິຕິກໍາສະບັບຕ່າງໆ ເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ພວມປະກົດຂຶ້ນຢູ່ທະເລ...

ກອງປະຊຸມຄາດຄະເນວ່າຈະສິ້ນສຸດລົງໃນວັນທີ 15 ມີນາ.

ໂດຍ: ເກື່ອງດັ້ງ