ກອງປະຊຸມດັ່ງກ່າວ, ແມ່ນເພື່ອທວນຄືນ ແລະປະເມີນສະພາບການພັດທະນາລະບົບບໍລິການແບບທັນສະໄໝຂອງບັນດາປະເທດອາຊຽນ; ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະຮຽນຮູ້ທາງດ້ານການກຳນົດນະໂຍບາຍ, ຜົນປະໂຫຍດທີ່ຈະໄດ້ຮັບຈາກການນຳໃຊ້ລະບົບບໍລິການທີ່ທັນສະໄໝ (E-Service) ແລະການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕນິກ      (E-GO VERNMENT); ປຶກສາຫາລື ເຖິງຄວາມເປັນໄປໄດ້ ແລະຜົນທີ່ຈະໄດ້ຮັບຂອງການນຳໃຊ້ລະບົບບໍລິການທີ່ທັນສະໄໝ (E-Service) ແລະການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕນິກ (E-GOVERNMENT) ເຂົ້າສູ່ທຸກຂົງເຂດວຽກງານເພື່ອຜົນປະໂຫຍດສູງສຸດໃຫ້ແກ່ປະຊາຄົມອາຊຽນ. ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານການພັດທະນາລະບົບດີຈີຕອນແຫ່ງປະເທດໄທ ແລະຫວຽດນາມ ກ່ຽວກັບສະພາບການພັດທະນາ ແລະສົ່ງເສີມການນໍາໃຊ້ລະບົບການບໍລິການທີ່ທັນສະໄໝຂອງ ໄທ ລວມໄປເຖິງທິດທາງແຜນການໃນຕໍ່ໜ້າ ທີ່ຈະຮ່ວມມືກັບບັນດາປະເທດອາຊຽນໃນການຂັບເຄື່ອນການພັດທະນາວຽກງານດັ່ງກ່າວ ແລະການພັດທະນາເຄື່ອງມື ແລະຕົວແບບຂອງການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກຂອງປະເທດ ຫວຽດນາມອີກດ້ວຍ.

leftcenterrightdel
ພາບປະກອບ: kpl.gov.la.

ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະການຮ່ວມມືກະຊວງໄປສະນີໂທລະຄົມມະນາຄົມ ແລະການສື່ສານກ່າວວ່າ: ວຽກງານໄອຊີທີ ແມ່ນມີບົດບາດສຳຄັນໃນການມີສ່ວນຮ່ວມພັກດັນໃຫ້ເສດຖະກິດມີການຈະເລີນເຕີບໂຕໃນຄະນະທີ່ຫລາຍໆປະເທດກຳລັງກະກຽມຫັນໄປສູ່ສັງຄົມ ແລະເສດຖະກິດດີຈີຕອນ ເຊິ່ງໄດ້ເຮັດໃຫ້ມີຊ່ອງວ່າງ ຫລືຄວາມແຕກໂຕນລະຫວ່າງປະເທດອາຊຽນ ນຳກັນໃນການກ້າວໄປສູ່ຍຸກດີຈີຕອນ ແລະການພັດທະນາການບໍລິການດ້ານຕ່າງໆ. ສະນັ້ນ, ມັນຈຶ່ງມີຄວາມສຳຄັນທີ່ສຸດທີ່ຕ້ອງເຂົ້າໃຈເຖິງຄວາມແຕກໂຕນເຫລົ່ານີ້ເພື່ອທີ່ຈະກຳນົດແນວທາງການພັດທະນາລະບົບການໃຫ້ການບໍລິການທີ່ທັນສະໄໝ (E-Service) ເຊັ່ນດຽວກັບການບໍລິການຂອງລະບົບບໍລິຫານລັດດ້ວຍເອເລກໂຕນິກ (E-GOVERNMENT) ເພື່ອໃຫ້ເຂົ້າເຖິງຄວາມຕ້ອງການຂອງຜູ້ຊົມໃຊ້ ແລະອື່ນໆ.

ຂ່າວ: ຂປລ