ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ມີຄວາມສຳຄັນຫລາຍເຊິ່ງໄດ້ພິຈາລະນາຮ່ວມກັນກ່ຽວກັບຂະແໜງກົດໝາຍເປັນຕົ້ນການສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດໃນພາກພື້ນ ແລະສາກົນ, ການຕ້ານການຄ້າມະນຸດ, ສິ່ງເສບຕິດ ແລະອື່ນໆ.

leftcenterrightdel
ພາບປະກອບຈາກ: kpl.gov.la.

ທ່ານ ບຸນທອງ ຈິດມະນີ ກ່າວຕື່ມວ່າ: ຫົວຂໍ້ທີ່ນຳມາຄົ້ນຄວ້າ ແລະພິຈາລະນາໃນຄັ້ງນີ້, ໂດຍສະເພາະແມ່ນການຍົກລະດັບສົນທິສັນຍາພະຫຸພາຄີ ວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະກັນທາງດ້ານກົດໝາຍໃນເລື່ອງອາຍາເປັນສົນທິສັນຍາອາຊຽນ; ການຮ່າງສົນທິສັນຍາຕົວແບບວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນຂອງອາຊຽນ; ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານກົດໝາຍແພ່ງ ແລະການຄ້າໃນບັນດາປະເທດສະມາຊິກອາຊຽນ; ການພັດທະນາການສ້າງຄວາມກົມກຽວ ແລະຄວາມເປັນເອກະພາບໃຫ້ແກ່ກົດໝາຍການຄ້າຂອງອາຊຽນ; ການໂອນຕົວນັກໂທດ; ການເປີດເສລີການບໍລິການທາງດ້ານກົດໝາຍ ແລະການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຂໍ້ມູນຂ່າວສານຂອງບັນດາປະເທດສະມາຊິກອາຊຽນ ແລະອອກຖະແຫລງການຮ່ວມລະຫວ່າງລັດຖະມົນຕີກົດໝາຍອາຊຽນຂອງແຕ່ລະປະເທດສະມາຊິກອາຊຽນ ພາຍຫລັງຮັບຮອງການແກ້ໄຂບັນຫາ ແລະຂໍ້ສະເໜີຕ່າງໆ.

ຂ່າວ: ມະນີທອນ