ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ຄັ້ງນີ້ ຈະສະຫງວນເວລາກວ່າເຄິ່ງໜຶ່ງເພື່ອປຶກສາຫາລືຮັບຮອງເອົາເລື່ອງກໍ່ສ້າງ ແລະປັບປຸງ 13 ປະມວນກົດໝາຍ, ໃນນັ້ນມີ 2 ປະມວນກົດໝາຍໃນຂົງເຂດຕຸລາການ, 8 ປະມວນກົດໝາຍໃນຂົງເຂດເສດຖະກິດ-ສັງຄົມ, 3 ປະມວນກົດໝາຍກ່ຽວກັບບັນດາອົງການຈັດຕັ້ງມະຫາຊົນ, ກົດໝາຍວ່າດ້ວຍການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍວ່າດ້ວຍແນວລາວສ້າງຊາດ.

ທ່ານນາງປະທານສະພາແຫ່ງຊາດລາວ ເນັ້ນໜັກວ່າ, ບັນດາຮ່າງກົດໝາຍໄດ້ຍົກອອກມາປຶກສາຫາລືທີ່ກອງປະຊຸມຂອງສະພາແຫ່ງຊາດລາວ ໃນຄັ້ງນີ້ ໄດ້ຮັບຖືວ່າແມ່ນສໍາຄັນທີ່ສຸດ, ຊ່ວຍຫັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກປະຊາຊົນ ປະຕິວັດລາວ ເປັນລະອຽດ, ເພີ່ມເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມໃນແຕ່ລະຂົງເຂດວຽກງານ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ກອງປະຊຸມກໍ່ຈະຮັບຟັງບັນດາບົດລາຍງານ, ບັນດາຄໍາຄິດເຫັນປະກອບໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ແຜນການງົບປະມານແຫ່ງຊາດ 6 ເດືອນຕົ້ນປີ 2018 ແລະທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ.

ນອກຈາກນັ້ນ, ກອງປະຊຸມກໍ່ຈະປຶກສາຫາລືບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິຂອງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເລກທີ 018/ສຊ  ລົງວັນທີ 28/11/2016, ກ່ຽວກັບການປະກາດໃຊ້ເອກະສານລຸ່ມກົດໝາຍ ແລະບັນດາການກະທົບ, ຜົນສະທ້ອນຈາກການນໍາໃຊ້ທາດເຄມີທີ່ເປັນອັນຕະລາຍລື່ນກາຍມາດຕະຖານ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະທໍາມະຊາດ; ປຶກສາຫາລື ແລະຮັບຮອງເອົາບັນດາບົດລາຍງານຂອງລັດຖະບານກ່ຽວກັບແຜນການສັງລວມແຫ່ງຊາດ ກ່ຽວກັບແຜນຜັງທີ່ດິນ; ກ່ຽວກັບກົນໄກລາຄານໍ້າມັນ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງຕິດພັນກັບການພັດທະນາຊົນນະບົດ ແລະຫຼຸດຜ່ອນຄວາມທຸກຍາກ, ມາດຕະການ ແລະວິທີການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ຄື: ຢາເສບຕິດ, ອຸບັດຕິເຫດ ແລະນະໂຍບາຍຊົດເຊີຍໃຫ້ແກ່ປະຊາຊົນຖືກຜົນສະທ້ອນຈາກໂຄງການກໍ່ສ້າງທາງລົດໄຟ...

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດລາວ ຈະແກ່ຍາວໄປຮອດວັນທີ 28 ມິຖຸນາ ຈຶ່ງອັດລົງ. ໃນເວລາດໍາເນີນກອງປະຊຸມ, ຄະນະເລຂາຂອງສະພາແຫ່ງຊາດລາວ ຈະສ້າງຕັ້ງກຸ່ມສະເພາະກິດ, ຮັບຜິດຊອບຮັບເອົາການໂທລະສັບທີ່ປະຊາຊົນໂທເຂົ້າສາຍດ່ວນຂອງສະພາແຫ່ງຊາດເພື່ອເຂົ້າຮ່ວມການປະກອບຄໍາເຫັນ..

 

ແປໂດຍ: ກວຽດເຕີມ