ການປະຊຸມໄດ້ປຶກສາຫາລືເລື່ອງປັບປຸງບູລະນະພາກສ່ວນ, ກົດລະບຽບເຄື່ອນໄຫວຂອງຄະນະຈັດຕັ້ງ, ກົນໄກສົມທົບກັນລະຫວ່າງບັນດາອະນຸກຳມະການ, ກະຊວງ, ຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງໃນວິວັດການກະກຽມໃຫ້ສົມບູນແບບ, ຈັດຕັ້ງກອງປະຊຸມ WEF ASEAN 2018; ວິວັດການ ແລະແຜນການຜັນຂະຫຍາຍວຽກງານກະກຽມທຸກດ້ານກ່ຽວກັບເນື້ອໃນ, ແນະນໍາ, ໂຄສະນາວັດທະນະທໍາ,  ການຕ້ອນຮັບ, ການປ້ອງກັນຄວາມສະຫງົບ, ວັດຖຸ-ພະລາທິການ ເພື່ອແນໃສ່ຮັບປະກັນການຈັດຕັ້ງກອງປະຊຸມ WEF ASEAN 2018 ໃຫ້ປະສົບຜົນສໍາເລັດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ:  ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ, ກອງປະຊຸມ WEF ASEAN ແມ່ນໜຶ່ງໃນບັນດາການເຄື່ອນໄຫວການພົວພັນຕ່າງປະເທດສໍາຄັນຂອງປະເທດໃນປີ 2018; ຊີ້ແຈ້ງເປົ້າໝາຍຈັດຕັ້ງກອງປະຊຸມ ເພື່ອແນໃສ່ປັບປຸງ, ຍົກສູງຖານະບົດບາດຂອງຫວຽດນາມ, ໂຄສະນາຫວຽດນາມ ເຖິງບັນດາວິສາຫະກິດແຖວໜ້າຂອງໂລກ, ສ້າງກາລະໂອກາດກໍາໄດ້ທ່າອ່ຽງພັດທະນາຂອງໂລກ ແລະພາກພື້ນກວ່າອີກ. ກອງປະຊຸມ WEF ASEAN ປີ 2018 ດ້ວຍຫົວຂໍ້ “ຈິດໃຈວິສາຫະກິດ ແລະການປະຕິວັດອຸດສາຫະກໍາຄັ້ງທີ 4” ຈະດໍາເນີນໃນລະຫວ່າງວັນທີ 11 – 13 ກັນຍາ ຢູ່ຫໍປະຊຸມແຫ່ງຊາດ.

 

ແປໂດຍ: ເກື່ອງດັ້ງ