ບັນດາບົດລາຍງານນີ້ສຸມໃສ່ແນະນຳກ່ຽວກັບຄວາມຄືບໜ້າຂອງວິວັດທະນາການຫັນ ອາຊີ ເປັນໜຶ່ງດຽວ, ສະພາບການຢູ່ບາງພື້ນຖານເສດຖະກິດພົ້ນເດັ່ນ, ຕາຕະລາງຈັດອັນດັບກໍາລັງແກ່ງແຍ້ງຂອງບັນດາປະເທດອາຊີ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການປະຊຸມຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ເວທີປາໄສອາຊີ - ບົວຢາວ ໄດ້ຈັດຕັ້ງປະຈໍາປີຢູ່ນະຄອນແຄມທະເລ ບົວຢາວ ຢູ່ເກາະ ໄຫໜານ, ຈີນ. ຫົວຂໍ້ຂອງເວທີປາໄສປີນີ້ແມ່ນ “ອາຊີເປີດອົກເປີດໃຈ ແລະປ່ຽນແປງໃໝ່ເພື່ອໂລກວັດທະນາຖາວອນກວ່າເກົ່າ” ແລະສຸມໃສ່ເຂົ້າ 4 ເນື້ອໃນໃຫຍ່ແມ່ນ: “ການຫັນເປັນໂລກາພິວັດດ້ວຍແລວທາງ ແລະເສັ້ນທາງ”; “ອາຊີເປີດປະຕູ”; “ຫົວຄິດປະດິດສ້າງ” ແລະ“ປະຕິຮູບແລ້ວເປີດປະຕູ”. ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ຈະເຂົ້າຮ່ວມເປັນປະທານ ແລະມີບົດປະກອບຄໍາເຫັນສໍາຄັນໃນພິທີໄຂທີ່ດໍາເນີນໃນຕອນເຊົ້າວັນທີ 10 ເມສາ.

 

ແປໂດຍ: ທູຈາງ