ຊ່ອງໂທລະພາບ CNN ໄດ້ຄັດສະເໜີແຫຼ່ງຂ່າວຈາກເຈົ້າໜ້າທີ່ທາງການທູດຂັ້ນສູງ 2 ຄົນ ຂອງອາເມລິກາ ໂດຍໃຫ້ຮູ້ວ່າຂັ້ນຕອນທໍາອິດເພື່ອແນໃສ່ສ້າງຕັ້ງການພົວພັນໃໝ່ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ອາດຈະແມ່ນການພົວພັນແລກປ່ຽນລະຫວ່າງເຈົ້າໜ້າທີ່ສອງຝ່າຍ. ຖ້າຫາກທຸກສິ່ງທຸກຢ່າງດໍາເນີນໄປຢ່າງສະດວກ, ອາເມລິກາ ຈະແຕ່ງຕັ້ງເຈົ້າໜ້າທີ່ຕິດຕໍ່ພົວພັນຈໍານວນໜຶ່ງໄປຍັງ ສປປ.ເກົາຫຼີ ເພື່ອສ້າງຕັ້ງຫ້ອງການຢູ່ ສປປ.ເກົາຫຼີ.

leftcenterrightdel

ທ່ານປະທານາທິບໍດີອາເມລິກາ Donald Trump ແລະການນໍາ ສປປ.ເກົາຫຼີ Kim Jong-un ຢູ່ເຂດພັກຜ່ອນບໍາລຸງສຸຂະພາບ Capella, ສິງກະໂປ. ພາບ: AP.

ຕາມແຜນການແລ້ວ, ທ່ານປະທານາທິບໍດີອາເມລິກາ Donald Trump ແລະການນໍາ ສປປ.ເກົາຫຼີ Kim Jong-un ຈະເຂົ້າຮ່ວມການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 27 – 28 ກຸມພາ ຢູ່ຮ່າໂນ້ຍ, ຫວຽດນາມ. ສອງຝ່າຍຄາດວ່າຈະສຸມໃສ່ບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ ແລະບັນດາມາດຕະການຄ້າຍຄືກັນຂອງ ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn