ເພື່ອປະດິດຜະລິດຕະພັນສີຂັດມັນໃຫ້ສຳເລັດ, ບັນດາສິລະປະກອນຜູ້ມີສີມືດີຂອງໝູ່ບ້ານຫ້າທ໊າຍ ຕ້ອງປະຕິບັດຕາມແຕ່ລະຂັ້ນຕອນຂອງການຜະລິດ ເພື່ອແນໃສ່ຮັບປະກັນຄຸນນະພາບໃຫ້ຜະລິດຕະພັນ, ນັບແຕ່ການເລືອກເຟັ້ນວັດຖຸ, ຕະຫຼອດຮອດການຂັດມັນ, ແຕ້ມດ້ວຍມື, ທາສີ. ດ້ວຍຄວາມດຸໝັ່ນ ແລະມີຫົວຄິດປະສິດສ້າງ, ບັນດາສິລະປະກອນຫ້າທ໊າຍ ໄດ້ສ້າງເປັນບັນດາຜະລິດຕະພັນດ້ວຍຫຼາຍຮູບຫຼາຍແບບທີ່ສວຍງາມ, ຄື: ໂຖດອກໄມ້, ຖ້ວຍ, ພາ... ນະຄອນຮ່າໂນ້ຍ ໄດ້ຈັດໝູ່ບ້ານຫ້າທ໊າຍ ແມ່ນ 1 ໃນ 7 ໝູ່ບ້ານອາຊີບທີ່ເປັນສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງ ແລະແນະນຳບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຢູ່ງານວາງສະແດງ, ງານຕະຫຼາດນັດຕ່າງໆ...

leftcenterrightdel
ຂັ້ນຕອນຊ່າງໄມ້, ສິລະປະກອນດໍາເນີນການຂັດມັນເພື່ອສ້າງຮູບຮ່າງໃຫ້ຜະລິດຕະພັນ. ພາບ: ຕ໋ວນຫງວຽນ.
leftcenterrightdel
 
leftcenterrightdel
ພາຍຫຼັງທີ່ສ້າງຮູບຮ່າງແລ້ວ, ຜະລິດຕະພັນຈະໄດ້ທາສີ. ພາບ: ຕ໋ວນຫງວຽນ.
leftcenterrightdel
ປະຈຸບັນ, ເຄື່ອງພົ່ນສີກໍໄດ້ນໍາໃຊ້ ເພື່ອທາສີໃຫ້ຜະລິດຕະພັນ. ພາບ: ຕ໋ວນຫງວຽນ.
leftcenterrightdel
ບັນດາຜະລິດຕະພັນສີຂັດມັນສໍາເລັດຮູບຈະໄດ້ຮັບການກວດກາກ່ອນທີ່ຈະວາງຂາຍຢູ່ຮ້ານ. ພາບ: ຕ໋ວນຫງວຽນ.

ໂດຍ: ທະນາພອນ