leftcenterrightdel
ລາຍການສະແດງສິລະປະທີ່ງານບຸນລະດູບານໃໝ່ອຽນຕື 2019. ພາບ: ລານຢິ້ວ.

ງານບຸນລະດູບານໃໝ່ອຽນຕື ແມ່ນການເຄື່ອນໄຫວວັດທະນະທໍາທີ່ມີຄຸນຄ່າອັນເລິກເຊິ່ງດ້ວຍຄວາມໝາຍມຸ່ງຫາກົກເຄົ້າ; ແມ່ນໂອກາດ ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ, ພຸດທະສາສະນິກະຊົນ ແລະແຂກທ່ອງທ່ຽວທີ່ມາຈາກທຸກສາລະທິດໄປນະມັດສະການເຂດດິນແດນພະພຸດທະເຈົ້າ ເພື່ອຖະຫວາຍທູບທຽນ, ຢ້ຽມຊົມ, ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ເຈົ້າຊີວິດພະພຸດທະເຈົ້າ ເຈິ່ນເຍີນຕົງ... ແຂກທ່ອງທ່ຽວມາຮ່ວມງານບຸນອຽນຕື ຍັງໄດ້ເຂົ້າຮ່ວມການລະຫຼິ້ນພື້ນເມືອງຕ່າງໆ ຄື: ຕີໄກ່, ດຶງເຊືອກ...

ກໍ່ໃນວັນດຽວກັນ, ຄະນະກໍາມະການປະຊາຊົນເມືອງດິ້ງຮວ໋າ, ແຂວງທ໋າຍງວຽນ ກໍຈັດຕັ້ງພິທີໄຂງານບຸນ ລົ່ງຕົ່ງ ລະດູບານໃໝ່ປີກຸນ 2019. ນີ້ແມ່ນການເຄື່ອນໄຫວວັດທະນະທໍາທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເມືອງດິ້ງຮວ໋າ ດ້ວຍຄວາມໝາຍຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູເກັບກ່ຽວງອກງາມໄດ້ຮັບຜົນດີໃນປີໃໝ່ນີ້. ງານບຸນ ລົ່ງຕົ່ງ (ງານບຸນລົງນາ) ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບແຫ່ງຊາດ. ເຊິ່ງດໍາເນີນໃນສອງວັນແມ່ນວັນທີ 13 – 14 ກຸມພາ, ໃນງານບຸນລົ່ງຕົ່ງ ມີຫຼາຍການເຄື່ອນໄຫວວັດທະນະທໍາທີ່ເປັນເອກະລັກສະເພາະຫຼາຍຢ່າງຂອງພໍ່ແມ່ປະຊາຊົນຊົນບັນດາເຜົ່າໃນທ້ອງຖິ່ນ.

 

ໂດຍ: ເກື່ອງດັ້ງ