ວັນທີ 30 ບຸນເຕັດ, ບັນດາຄອບຄົວຊາວເຜົ່າມົ້ງຢູ່ຮາງເກຍ ແລະ ປ່າກໍ່ (ມາຍເຈົາ, ຮ່ວາບິ່ງ) ຕາມປົກກະຕິແລ້ວແມ່ນຈະເຮັດເຂົ້າໜົມເຢິ່ຍ  (ບັນເຢິ່ຍ) ແລະບັນເຢິ່ຍຂອງຊາວເຜົ່າມົ້ງກໍ່ມີຄວາມໝາຍ, ຄວາມສຳຄັນຄືກັນກັບເຂົ້າຕົ້ມໃນວັນບຸນເຕັດຂອງຊາວເຜົ່າກິງ.

ບັນດາຄອບຄົວຢູ່ທີ່ນີ້ມັກຈະຂ້າໝູເພື່ອຫ້າງຫາກະກຽມພາເຂົ້າໃນຕອນບ່າຍວັນທີ 30 ບຸນເຕັດ. ພິທີບູຊາບັນພະບຸລຸດລວມມີບັນເຢິ່ຍ 3 ອັນ, ເຫຼົ້າ 3 ຈອກ, ໄຕ້ທູບ 3 ດອກ, ໄຟທີ່ຮຸ່ງແຈ້ງສະຫວ່າງຢູ່ແທ່ນບູຊານັ້ນແມ່ນໄຕ້ດ້ວຍນ້ຳມັນໝູ. ຢູ່ແຈເຮືອນປະດັບປະດາດ້ວຍງ່າດອກໝາກຄາຍ, ເຄື່ອງມືທຳການຜະລິດ, ລ່າເນື້ອ ໄດ້ເກັບຮັກສາໄວ້ເປັນຢ່າງດີ, ບໍ່ໄດ້ເອົາອອກມານຳໃຊ້ໃນ 3 ວັນບຸນເຕັດ.

ໃນບຸນເຕັດ 3 ວັນທຳອິດ, ຊາວເຜົ່າມົ້ງຢູ່ປ່າກໍ່ ກິນແຕ່ຊີ້ນເທົ່ານັ້ນ, ເປັນຕົ້ນແມ່ນຊີ້ນໝູ, ຊີ້ນໄກ່, ກິນເຂົ້າບໍ່ມີນ້ຳແກງ. ຍ້ອນວ່າຕາມປະເພນີຂອງຊາວເຜົາມົ້ງຢູ່ປ່າກໍ່ ແລ້ວ, ຕົ້ນປີໃໝ່ຖ້າກິນເຂົ້າກັບແກງ ປີນັ້ນຈະຖືກຝົນຕົກ, ນ້ຳແກ່ງ, ລະດູການເກັບກ່ຽວບໍ່ໄດ້ຜົນ... ພິເສດ, ເຂົາເຈົ້າບໍ່ຊື້ຂາຍດ້ວຍຄວາມເຫຼື້ອມໃສສັດທາເພື່ອຮັກສາຊັບສົມບັດ, ເງິນຄຳກຳແກ້ວໄວ້ໃນເຮືອນ.

ໃນວັນທີ 2 ຂອງບຸນເຕັດ, ບັນດາການເຄື່ອນໄຫວລະຫຼີ້ນລະດູບານໃໝ່ໄດ້ແກ່ຍາວໄປຈົນໝົດເດືອນຈຽງ.

leftcenterrightdel
ວັນທີ 30 ບຸນເຕັດ, ບັນດາຄອບຄົວຊາວເຜົ່າມົ້ງຢູ່ສອງຕາແສງຮາງເກຍ, ປ່າກໍ່ (ມາຍເຈົາ, ຮວ່າບິ່ງ) ຕາມປົກກະຕິແລ້ວເຂົາເຈົ້າມັກຈະເຮັດບັນເຢິ່ຍ. ພາບ: ແທງຮ່າ.
leftcenterrightdel
ພິທີບູຊາບັນພະບຸລຸດລວມມີບັນເຢິ່ຍ 3 ອັນ, ເຫຼົ້າ 3 ຈອກ, ໄຕ້ທູບ 3 ດອກ, ໄຕ້ໄຟຢູ່ແທ່ນບູຊາ ດ້ວຍນ້ຳມັນໝູ. ພາບ: ແທງຮ່າ.
leftcenterrightdel
ຢູ່ແຈເຮືອນປະດັບປະດາງ່າດອກໝາກຄາຍ, ເຄື່ອງມືທຳການຜະລິດ, ລ່າເນື້ອ ໄດ້ເກັບຮັກສາໄວ້ເປັນຢ່າງດີບໍ່ໄດ້ເອົາອອກມານຳໃຊ້ໃນ 3 ວັນ ບຸນເຕັດ. ພາບ: ແທງຮ່າ.
leftcenterrightdel
ເດັກນ້ອຍນຸ່ງຊຸດອາພອນປະຈຳເຜົ່າລະຫຼີ້ນແບບພື້ນເມືອງ. ພາບ: ແທງຮ່າ.
leftcenterrightdel
ສະແດງເປົ່າແຄ່ນຊາວເຜົ່າມົ້ງ. ພາບ: ແທງຮ່າ.

ໂດຍ: ແສງເດືອນ