ຢູ່ພາຍໃນຖ້ຳຈະມີຫີນປູນ, ຫີນງອກ, ຫີນຍ້ອຍເປັນຮູບປະເພດຕ່າງໆເປັນຈຳນວນຫຼາຍເປັນຕົ້ນກໍ່ແມ່ນຮູບຫີນທີ່ຄ້າຍຄືກັບພະພຸດທະເຈົ້າ, ຮູບຝູງຊ້າງກຳລັງກີນນ້ຳ, ຮູບກົບ, ຮູບແມ່ກຳລັງອູ້ມລູກ, ມີຮ່ອງຮອຍຂອງຊາວກຳປູເຈຍ ທີ່ເຄີຍດຳລົງຊີວິດຢູ່ພາຍໃນຖ້ຳໃນເມື່ອກ່ອນ ແລະຮູບພາບອື່ນໆທີ່ແປກຕາໂດທຳມະຊາດສ້າງຂື້ນເອງ.

ທ່ານນາງ ຫວໍທິຮ່າ ພະນັກງານນຳທ່ຽວຂອງສູນນຳທ່ຽວ ຟອງຍາ ແກ໋ບາງ ໄດ້ບອກໃຫ້ຮູ້ວ່າ: ຖ້ຳແຫ່ງນີ້ມີອາຍຸໄດ້ປະມານ 500-600 ລ້ານປີແລ້ວ ເຊີ່ງຖືກຄົ້ນພົບໂດຍຄົນຝຼັ່ງ.

leftcenterrightdel
ປາກຖ້ຳຟອງຍາ. ພາບ: quangbinhtravel.vn.

ຖ້ຳຟອງຍາ ແມ່ນມີທີ່ມາຈາກຊື່ຂອງໝູ່ບ້ານ ຟອງຍາ ໃນເມື່ອກ່ອນ ເຊີ່ງຟອງໝາຍເຖີງລົມ ແລະຍາໝາຍເຖີງຫີນງອກ. ປັດຈຸບັນ ຖ້ຳແຫ່ງນີ້ແມ່ນໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມໃນແຕ່ລະວັນເປັນຈຳນວນຫຼາຍ ສະເລ່ຍແລ້ວປະມານ 4 ພັນຄົນຕໍ່ມື້ໃນລະດູແລ້ງ.

leftcenterrightdel
ນົມຫີນພາຍໃນຖ້ຳຟອງຍາ. ພາບ: quangbinhtravel.vn.

ສຳລັບການເດີນທາງໄປທ່ຽວຊົມຖ້ຳແຫ່ງນີ້ ນັກທ່ອງທ່ຽວຈະຕ້ອງເດີນທາງດ້ວຍເຮືອເລາະໄປຕາມແມ່ນ້ຳຊອນ ທີ່ມີສີຂຽວເປັນແມ່ນ້ຳໜື່ງທີ່ມີການເຊື່ອມຕໍ່ກັບປະເທດລາວ ໃຊ້ເວລາ 30 ນາທີ ຈື່ງຮອດປາກຖ້ຳຈາກນັ້ນກໍ່ນັ່ງເຮືອຕໍ່ເພື່ອເຂົ້າໄປຊົມຄວາມງົດງາມທີ່ຢູ່ພາຍໃນຖ້ຳ ໂດຍທຳມະຊາດສ້າງຂື້ນມາເອງ ແລະຖ່າຍຮູບເກັບໄວ້ເປັນທີ່ລະນຶກ. ເຊີ່ງນັບແຕ່ປາກຖ້ຳເຂົ້າໄປດ້ານໃນແມ່ນມີຄວາມຍາວປະມານ 7.729 ແມັດ.

ປັດຈຸບັນຖ້ຳແຫ່ງນີ້ແມ່ນໄດ້ຮັບການຈົດທະບຽນເປັນມໍະດົກໂລກທາງດ້ານທຳມະຊາດ ແລະລະບົບວິທະຍາຈາກອົງການອຸຍເນັສໂກ້ແລ້ວ.

ຂ່າວ: ມາລີດາ ຄັນທະວົງ