leftcenterrightdel
ເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ຢູ່ແຂວງນີງທ້ວນ ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະຊື້ເຄື່ອງຂອງເປັນຈຳນວນຫຼາຍ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ກອງປະຊຸມສຳມະນາ, ນັກຊ່ຽວຊານ, ນັກວິທະຍາສາດສາກົນ ແລະພາຍໃນປະເທດໄດ້ສຸມໃສ່ປຶກສາຫາລື, ຮັບຮູ້ ແລະເຮັດແຈ້ງບັນດາຄຸນຄ່າທີ່ພົ້ນເດັ່ນກ່ຽວກັບສິລະປະຜະລິດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ; ປະກາດໝາກຜົນຄົ້ນຄ້ວາກ່ຽວກັບການພົວພັນລະຫວ່າງຊາວເຜົ່າຈຳ ແລະບັນດາສູນກ່ຽວກັບເຄື່ອງປັ້ນດິນເຜົາຢູ່ຫວຽດນາມ ແລະບັນດາປະເທດຢູ່ ອາຊີ, ໃນນັ້ນມີການປຽບທຽບຈຸດຄືກັນ ແລະຈຸດຕ່າງກັນກ່ຽວກັບຄວາມຮູ້ ແລະເຕັກນິກ, ຮູບແບບການສະແດງ, ປະເພນີທີ່ກ່ຽວຂ້ອງ,... ກໍ່ຄືຖານະບົດບາດ, ທີ່ຕັ້ງຂອງເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ໃນເຄືອຂ່າຍການຄ້າທາງທະເລ ແລະໃນສະພາບການແລກປ່ຽນເສດຖະກິດ, ວັດທະນະທຳກັບບັນດາປະເທດ...

ໂດຍ: ທູຮັ່ງ