ນີ້ແມ່ນຄັ້ງທີ 29 ຂອງງານບຸນຊົນຄວາຍນັບແຕ່ມີການປັບປຸງໃໝ່ ແລະມີສິ່ງປ່ຽນແປງໃໝ່ເກີດຂື້ນທັງດ້ານຂະໜາດຄວາມຍິ່ງໃຫຍ່ຂອງກິດຈະກຳຄື: ຕັດການແຂ່ງຂັນຮອບຄັດເລືອກອອກ, ເປີດໃຫ້ປະຊາຊົນ ແລະນັກທ່ອງທ່ຽວເຂົ້າຊົມ. ວຽກງານດ້ານຄວາມປອດໄພໄດ້ຮັບການຂື້ນແຜນຢ່າງເຂັ້ມງວດເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເຈົ້າຂອງສັດ ແລະນັກທ່ອງທ່ຽວ.

leftcenterrightdel
ຄວາຍກຽມເຂົ້າສູ່ສັງວຽນ.

ເຂົ້າຮ່ວມໃນການແຂ່ງຂັນຊົນຄວາຍຄັ້ງນີ້ມີຄວາຍ 16 ໂຕ ມາຈາກ 7 ຕາແສງຄື: ງ໋ອກຊວຽນ(ມີ 3 ໂຕ), ຕາແສງ ມິງດຶກ (ມີ 2 ໂຕ), ຕາແສງງ໋ອກຫ໋າຍ (ມີ 2ໂຕ), ຕາແສງບ່າງລາ(ມີ 2ໂຕ), ຕາແສງ ວ້ານເຮືອງ(ມີ 3ໂຕ) ແລະ ຕາແສງ ວ້ານເຊີນ(ມີ 2ໂຕ). ຕາມກົດການແຂ່ງຂັນແລ້ວແຕ່ລະຕາແສງທີ່ເຂົ້າຮ່ວມຕ້ອງມີສັດ(ຄວາຍ) ຈຳນວນ 2 ໂຕ, ຕາແສງທີ່ໄດ້ອັນດັບ 1 ແລະ 2 ຂອງປີທີ່ຜ່ານມາຈະໄດ້ເພີ່ມໂຄຕ້າຕື່ມ 1 ໂຕ.

ເລີ່ມຕັ້ງແຕ່ 5 ໂມງເຊົ້າເສັ້ນທາງທີ່ຈະໄປຍັງສະໜາມກິລາສູນກາງເມືອງໂດ່ເຊີນ ຄືກຄື້ນໄປດ້ວຍພໍ່ແມ່ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວມາຈາກທົ່ວສາລະທິດ. ແຕ່ລະຄົນມາແຕ່ເຊົ້າເພື່ອເລືອກບ່ອນນັ່ງທີ່ສາມາດເບິ່ງຊົມໄດ້ຢ່າງບໍ່ມີສິ່ງກີດຂວາງ ແລະ ສາມາດຕິດຕາມເບິ່ງຄວາຍທີ່ຈະລົງແຂ່ງຂັ້ນໄດ້ສະດວກເປັນຕົ້ນແມ່ນເບິ່ງຮູບຊົງລັກສະນະຂອງຄວາຍວ່າມີຄວາມແຂງແຮງບໍ່. ຍ້ອນມີຈຳນວນທ່ານຜູ້ຊົມຢ່າງຄັບຄາໜາແໜ້ນຄະນະຈັດຕັ້ງໄດ້ຈັດໜ່ວຍລາດຕະເວນກວດການັບຕັ້ງແຕ່ປະຕູທາງເຂົ້າສະໜາມກິລາ. ຕາມການຄາດຄະເນຂອງຄະນະຈັດງານບຸນຄັ້ງນີ້ຄາດວ່າຈະມີນັກທ່ອງທ່ຽວເຂົ້າຮ່ວມຊົມການແຂ່ງຂັນປະມານ 12.000 ຄົນ.

leftcenterrightdel
ທ່ານ ຮ່ວາງຊົນມິງ ປະທານສະພາປະຊາຊົນເມືອງໂດ່ເຊີນ ກ່າວຄຳປາໄສເປີດງານບຸນ.

ເມື່ອທ່ານຜູ້ຊົມໄດ້ເຂົ້າມາປະຈຳຢູ່ບ່ອນນັ່ງຢ່າງຮຽບຮ້ອຍແລ້ວ ຄະນະຈັດຕັ້ງພິທີກໍ່ໄດ້ປິດປະຕູທາງອອກ-ເຂົ້າ ເລີ່ມງານບຸນຊົນຄວາຍໂດ່ເຊີນປະຈຳປີ 2018. ພາຍຫຼັງພິທີການເຄົາລົບທຸງງານບຸນ, ກ່າວຄຳປາໄສ ແລະບັນເລງກອງໄຂງານບຸນຂອງທ່ານ ຮ່ວາງຊົນມິງ ປະທານສະພາປະຊາຊົນເມືອງໂດ່ເຊີນ ຫົວໜ້າຄະນະຈັດຕັ້ງງານບຸນດັ່ງກ່າວ.

ສຽງໂທລະໂຄ່ງແຈ້ງການດັງຂື້ນກໍ່ແມ່ນຕອນທີ່ຄວາຍທັງ 16 ເລີ່ມເຂົ້າສູ່ສັງວຽນຕາມລຳດັບ. ການແຂ່ງຂັນບຸນຊົນຄວາຍປະເພນີຄັ້ງນີ້ໄດ້ນຳເອົາຜະລິດຕະພັນການທ່ອງທ່ຽວອັນເປັນເອກກະລັກ ແລະໜ້າດຶງດູດຕື່ນຕາຕື່ນໃຈຂອງໂດ່ເຊີນມາສູ່ນັກທ່ຽວ.

leftcenterrightdel
ບັນຍາກາດທີ່ການແຂ່ງຂັນ.

ໃນຄະນະທີ່ການແຂ່ງຂັນກຳລັງດຳເນີນໄປຢູ່ນັ້ນໄດ້ມີຝົນຕົກລົງມາແຕ່ກໍ່ບໍ່ສາມາດເຮັດໃຫ້ບັນຍາກາດຂອງງານບຸນຫງຽບເຫົງາລົງໄປສຽງຄ້ອງສຽງກອງປະກອບກັບສຽງຮ້ອງໂຮເຊຍຄວາຍທີ່ຕົນມັກດັ່ງຟົດສະໜັ່ນ.

ສິ່ງທີ່ສາມາດເຫັນໄດ້ຢ່າງງ່າຍໆແມ່ນວຽກງານການຮັກສາຄວາມສະຫງົບຄວາມເປັນລະບຽບ ໄດ້ຈັດໄປດ້ວຍຄວາມຮອບຄອບ ແລະເຂັ້ມງວດ. ອຳນາດການປົກຄອງກໍ່ຄືໜ່ວຍງານປ້ອງກັນຢາຍກັນຢູ່ທົ່ວທຸກບ່ອນຂອງງານບຸນເພື່ອຮັກສາຄວາມສະຫງົບປອດໄພ. ຄະນະຈັດຕັ້ງພິທີກຳນົດໃຫ້ເຈົ້າຂອງຄວາຍຕ້ອງມີຜູ້ຊ່ວຍໄດ້ພຽງ 2 ຄົນເທົ່ານັ້ນທີ່ສາມາດເຂົ້າໃນເດີ່ນ ແລະຮັກສາຄວາມປອດໄພໃນຄະນະທີ່ການແຂ່ງຂັນເລີ່ມຕົ້ນ.

ຫັດ​ທະ​ບູນ