leftcenterrightdel
ຂົວຄຳ ຢູ່ດ່ານັ້ງ. ພາບ: kpl.gov.la.

ຕາມຂ່າວຕ່າງປະເທດ, ຫວຽດນາມ ເປີດ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໃຫມ່​ພາຍໃນ​ປະ​ເທດ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ພວມ​​ຫລັ່ງ​ໄຫລ​ເຂົ້າໄປ​ທ່ຽວ​ຊົມ​ທິ​ວທັດ​ທຳ​ມະ​ຊາດ ຢູ່​ຂົວເຄົາວານ ຫລື ຂົວ​ຄຳ ໂດຍ​ມີ​ຄວາມຍາວ 15 ​ແມັດ ​ເຊິ່ງສ້າງ​ຂື້ນທ່າມກາງ​ທຳ​ມະ​ຊາດ​​ໃນບາ​ນ່າຮີ​ລ ໃກ້​ບໍ​ລິ​ເວນ​ນະຄອນດ່າ​ນັ້ງ, ​ເປັນ​ສະຖານ​ທີ່ທ່ອງ​ທ່ຽວແຫ່ງ​ໃໝ່ທີ່​ສາມາດດຶງ​ດູດນັກ​ທ່ອງ​ທ່ຽວທັງພາຍ​ໃນ ​ແລະຕ່າງປະ​ເທດ​ເຂົ້າ​ໄປ​ສະຖານ​ທ່ີ​ນີ້ຢ່າງ​ຫລວງຫລາຍ. ຂົວ​ແຫ່ງ​ນີ້​ໃຊ້​ງົບປະມານໃນ​ການ​ກໍ່ສ້າງ 2 ຕື້​ໂດ​ລາ​ສະຫະລັດ, ​ໂດຍ​ເປີດ​ໃຫ້​ທ່ຽວ​ຊົມ​ເມື່ອ​ເດືອນມິຖຸນາ​ປີ​ນີ້.

 

ເນື້ອໃນ: ຂປລ