ນີ້ແມ່ນສວນສາທາລະນະທໍລະນີສາດທົ່ວໂລກແຫ່ງທີ 2 ຂອງຫວຽດນາມ, ຖັດຈາກພູພຽງຫີນ ດົ່ງວັນ (ແຂວງຮ່າຢາງ) ເຊິ່ງ ຢູແນັສໂກ ໄດ້ຮັບຮອງເມື່ອປີ 2010.

ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ, ນາມມະຍົດສວນສາທາລະນະທໍລະນີສາດທົ່ວໂລກ ແມ່ນການຮັບຮອງຂອງ ຢູແນັສໂກ ກ່ຽວກັບທັດສະນີຍະພາບຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ຄຸນຄ່າວັດທະນະທຳທາງດ້ານຈິດໃຈຂອງເຂດ ນອນເນືອກກາວບັ່ງ.

leftcenterrightdel
ທັດສະນີຍະພາບສວຍງາມຂອງສວນສາທາລະນະທໍລະນີສາດທົ່ວໂລກ ນອນເນືອກກາວບັ່ງ. ພາບ: nld.com.vn.
leftcenterrightdel
ນ້ຳຕົກຕາດ ບານຢົກ-ທັດສະນີຍະພາບສວຍງາມນອນໃນສວນສາທາລະນະທໍລະນີສາດທົ່ວໂລກ ນອນເນືອກກາວບັ່ງ. ພາບ: nld.com.vn.

ສວນສາທາລະນະທໍລະນີສາດທົ່ວໂລກ ນອນເນືອກກາວບັ່ງ ມີເນື້ອທີ່ປະມານ 3.000 ກິໂລແມັດມົນທົນ. ນີ້ແມ່ນແຫ່ງດຳລົງຊີວິດຂອງ 9 ຊົນເຜົ່າທີ່ແຕກຕ່າງກັນ. ສວນສາທາລະນະທໍລະນີສາດທົ່ວໂລກ ນອນເນືອກກາວບັ່ງ ແມ່ນສະຖານທີ່ຫາຍາກເປັນແຫ່ງທີ່ສາມາດຊອກຮູ້ປະຫວັດສາດກວ່າ 500 ລ້ານປີຂອງໜ່ວຍໂລກຜ່ານບັນດາຮ່ອງຮອຍທີ່ຍັງເຫຼືອຢູ່ທີ່ນີ້. ບັນດາຟອດຊິວ, ຕະກອນທະເລ, ຫີນພູເຂົາໄຟ, ແຮ່ທາດ... ພິເສດແມ່ນບັນດາທັດສະນີຍະພາບຫີນປູນ, ແມ່ນບັນດາມູນມໍລະດົກທໍລະນີສາດທີ່ເປັນເອກະລັກສະເພາະ. ນອນເນືອກກາວບັ່ງ ກໍ່ມີຊື່ສຽງດ້ວຍລັກສະນະຫຼາຍຮູບຫຼາຍແບບດ້ານຊີວະສາດພ້ອມກັບຫຼາຍລະບົບຊີວະພາບ, ແນວພັນສັດ, ພືດ.

ແປໂດຍ: ຮຸຍດົງ