ຫັນອາຫານການກິນ ເປັນທ່າແຮງຂອງຂະແໜງທ່ອງທ່ຽວຫວຽດນາມ
ກປ.ອອນໄລ - ມີນັກທ່ອງທ່ຽວຫຼາຍຄົນຢູ່ໃນໂລກໄດ້ຮູ້ຈັກເຖິງອາຫານການກິນທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບຂອງຫວຽດນາມ. ສະນັ້ນ, ເລື່ອງຄັດເລືອກ ແລະເຮັດໃຫ້ອາຫານການກິນກາຍເປັນເຄື່ອງໝາຍການຄ້ານັ້ນແມ່ນເພື່ອແນໃສ່ໂຄສະນາໃຫ້ການທ່ອງທ່ຽວແມ່ນສິ່ງທີ່ອາດຈະເປັນໄປໄດ້ເພື່ອຊຸກຍູ້ຂະແໜງທ່ອງທ່ຽວຫວຽດນາມພັດທະນາກວ່າອີກ.
ນີ້ແມ່ນການແບ່ງປັນຂອງບັນດາຜູ້ແທນເຂົ້າຮ່ວມພິທີປະກາດການເຄື່ອນໄຫວຢ່າງເປັນທາງການຂອງສະມາຄົມວັດທະນະທໍາອາຫານການກິນຫວຽດນາມ ໃນວັນທີ 14 ກັນຍາ.
ຕາມທ່ານ ບຸ່ຍຕາ໋ຮວ່າງຫວູ, ຫົວໜ້າພະແນກທ່ອງທ່ຽວນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ຫວຽດນາມ ນັບມື້ນັບຢັ້ງຢືນທີ່ຕັ້ງສໍາຄັນໃນເວທີສາກົນໂດຍຜ່ານພື້ນຖານວັດທະນະທໍາທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ໜຶ່ງໃນບັນດາຄຸນຄ່າອັນດີງາມທີ່ສຸດນັ້ນແມ່ນພື້ນຖານອາຫານການກິນທີ່ອຸດົມສົມບູນ.
|
|
ອາຫານການກິນຂອງຫວຽດນາມມີຄວາມອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ພາບ: baotintuc.vn. |
ສະມາຄົມວັດທະນະທໍາອາຫານການກິນຫວຽດນາມ ສ້າງຕັ້ງເພື່ອແນໃສ່ນໍາອາຫານການກິນຫວຽດນາມ ບືນຕົວກ້າວໄປໄກກວ່າອີກ ແລະມີລະດັບສາກົນ. ໃນໄລຍະຈະມາເຖິງ, ພະແນກທ່ອງທ່ຽວນະຄອນໂຮ່ຈິມິນ ໃຫ້ຄໍາໝັ້ນສັນຍາວ່າຈະເສີມຂະຫຍາຍບົດບາດ, ຮ່ວມມືຢ່າງແໜ້ນແຟ້ນ, ລະອຽດກວ່າກັບສະມາຄົມເພື່ອພ້ອມກັນຜັນຂະຫຍາຍບັນດາໂຄງການພັດທະນາພື້ນຖານອາຫານການກິນຂອງຫວຽດນາມ ຢ່າງມີປະສິດທິຜົນທີ່ສຸດ; ປຸກລະດົມວິສາຫະກິດ, ສັງຄົມຮ່ວມແຮງຮ່ວມໃຈກັນຫັນອາຫານການກິນເປັນທ່າແຮງເພື່ອພັດທະນາຂະແໜງທ່ອງທ່ຽວຂອງຫວຽດນາມ.
ໂດຍ: ກວຽດເຕີມ