ນັກຮຽນເຂົ້າຮ່ວມການສອບເສັງທັງໝົດ 6 ຄົນລ້ວນແຕ່ໄດ້ຮັບຫຼຽນ, ໃນນັ້ນມີ 4 ຫຼຽນຄຳ, 2 ຫຼຽນເງິນ. ຄຽງຄ້າງນັ້ນ, ຄະນະຫວຽດນາມ ຍັງຍາດໄດ້ 1 ຫຼຽນເງິນສຳລັບບຸກຄົນດີເດັ່ນທີ່ສຸດໃນການສອບເສັງທິດສະດີ ແລະ 1 ຫຼຽນຄຳສຳລັບກຸ່ມປະຕິບັດຕົວຈິງດີເດັ່ນທີ່ສຸດ. ດ້ວຍໝາກຜົນດັ່ງກ່າວ, ຄະນະຫວຽດນາມ ຖືກຈັດອັນດັບ 3 ໃນຈຳນວນ 44 ປະເທດ ແລະເຂດແຄ້ວນເຂົ້າຮ່ວມການສອບເສັງ. ນີ້ກໍ່ແມ່ນຜົນງານສູງສຸດຂອງຄະນະຫວຽດນາມ ຜ່ານ 9 ປີທີ່ເຂົ້າຮ່ວມ.

leftcenterrightdel
ຄະນະຫວຽດນາມ ເຂົ້າຮ່ວມການສອບເສັງ IJSO ປີ 2018. ພາບ: infonet.vn.

ການສອບເສັງວິທະຍາສາດໄວໜຸ່ມສາກົນໄດ້ຈັດຕັ້ງປະຈຳປີ ສໍາລັບນັກຮຽນໃນເກນອາຍຸ 15 ປີ. ບັນດາຜູ້ເຂົ້າຮ່ວມຕ້ອງປະຕິບັດ 3 ບົດສອບເສັງ, ລວມມີ: ປະລະໄນ, ທິດສະດີ ແລະປະຕິບັດຕົວຈິງ.

ໂດຍ: ທູຮັ່ງ