ໂດຍໄດ້ຮັບຄໍາເຊີນຂອງກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ, ຄະນະປະຕິບັດງານຂອງກະຊວງສຶກສາທິການ ແລະກິລາລາວ ໄດ້ມາຢ້ຽມຢາມຫວຽດນາມ ເພື່ອຊອກຮູ້ກ່ຽວກັບວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະເພື່ອຄວາມກ້າວໜ້າຂອງແມ່ຍິງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: giaoducthoidai.vn.

ທີ່ການເຮັດວຽກ, ທ່ານ ຄໍາໄພ ສີສະຫວັນ ໃຫ້ຮູ້ວ່າ, ປະຈຸບັນລັດຖະບານລາວ ໄດ້ເອົາໃຈໃສ່ທີ່ສຸດເຖິງວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະເພື່ອຄວາມກ້າວໜ້າຂອງແມ່ຍິງ, ພິເສດໃນຂະແໜງການສຶກສາ. ຄະນະປະຕິບັດງານປາດຖະໜາຢາກຊອກຮູ້ ແລະແບ່ງປັນບັນດາບົດຮຽນກ່ຽວກັບວຽກງານດັ່ງກ່າວຂອງຫວຽດນາມ, ພິເສດແມ່ນບັນດາບົດຮຽນຂອງກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ເພື່ອມີບັນດານະໂຍບາຍ ແລະມາດຕະການທີ່ດີກວ່າອີກໃນໄລຍະຈະມາເຖິງ.

leftcenterrightdel
ທ່ານນາງ ຫງວຽນທິເຫງ້ຍ ຮອງລັດຖະມົນຕີກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ເຮັດວຽກກັບຄະນະປະຕິບັດງານຂອງກະຊວງສຶກສາທິການ ແລະກິລາລາວ. ພາບ: giaoducthoidai.vn.

ຕີລາຄາສູງສາຍພົວພັນຮອບດ້ານກ່ຽວກັບການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ, ທ່ານນາງ ຫງວຽນທິເຫງ້ຍ ໃຫ້ຮູ້ວ່າພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງຫວຽດນາມ ກ່ຽວກັບວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະເພື່ອຄວາມກ້າວໜ້າຂອງແມ່ຍິງໃຫ້ຝ່າຍປະເທດເພື່ອນມິດລາວ ແລະກໍ່ປາດຖະໜາຢາກຖອດຖອນບົດຮຽນຈາກຝ່າຍປະເທດເພື່ອນມິດລາວ ໃນການຜັນຂະຫຍາຍໃນຂະແໜງການສຶກສາ.

ທີ່ການເຮັດວຽກ, ການນໍາບັນດາອົງການກ່ຽວຂ້ອງຂອງກະຊວງສຶກສາ ແລະບໍາລຸງສ້າງໄດ້ແບ່ງປັນບົດຮຽນໃນການຜັນຂະຫຍາຍວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະເພື່ອຄວາມກ້າວໜ້າຂອງແມ່ຍິງໃນຂະແໜງສຶກສາຢູ່ຫວຽດນາມ, ສະໜອງບັນດາຂໍ້ມູນຂ່າວສານ, ຂໍ້ມູນກ່ຽວກັບການສຶກສາຂອງຫວຽດນາມ ໃຫ້ແກ່ປະເທດເພື່ອນມິດລາວ.

leftcenterrightdel
ທ່ານ ຄໍາໄພ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ພ້ອມກັບຄະນະປະຕິບັດງານຂອງກະຊວງສຶກສາທິການ ແລະກິລາລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ. ພາບ: giaoducthoidai.vn.

ສິ້ນສຸດການເຮັດວຽກ, ທ່ານ ຄໍາໄພ ສີສະຫວັນ ແລະຄະນະປະຕິບັດງານກະຊວງສຶກສາທິການ ແລະກິລາລາວ ສະແດງຄວາມຂອບອົກຂອບໃຈຕໍ່ບການແບ່ງປັນບົດຮຽນຢ່າງຈິງໃຈຈາກການນໍາກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ແລະໃຫ້ຮູ້ວ່າຈະນຳເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະເພື່ອຄວາມກ້າວໜ້າຂອງແມ່ຍິງໃນຂະແໜງສຶກສາລາວ ໃຫ້ມີປະສິດທິຜົນ.

ໂດຍ: ທະນາພອນ