ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍນອນໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 43 ປີແຫ່ງວັນຊາດ ສປປ ລາວ (02/12/1975 - 02/12/2018).

leftcenterrightdel
ລາຍການສະແດງສິລະປະສະແດງໃຫ້ເຫັນນໍ້າໃຈມິດຕະພາບຂອງສອງປະເທດຫວຽດນາມ - ລາວ ໂດຍນັກສຶກສາຂອງໂຮງຮຽນວິທະຍາໄລສ້າງຄູແຂວງເງະອານ ສະແດງ. ພາບ: ມິຮ່າ.

ການແຂ່ງຂັນແມ່ນການເຄື່ອນໄຫວປະຈໍາປີໄດ້ຈັດຕັ້ງຢູ່ 140 ໂຮງຮຽນມະຫາວິທະຍາໄລໃນທົ່ວປະເທດ. ທີ່ແຂວງເງະອານ, ໃນປີນີ້, ບັນດາຮອບເສັງຄັດເລືອກຢູ່ບັນດາຫົວໜ່ວຍ, ຄະນະຈັດຕັ້ງໄດ້ຄັດເລືອກເອົານັກສຶກສາດີເດັ່ນ 11 ຄົນທີ່ມາຈາກ 5 ໂຮງຮຽນມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນນະຄອນວີງ ເຂົ້າຮ່ວມຮອບຊິງຊະນະເລີດ. 

leftcenterrightdel
ນັກຮຽນ, ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດ. ພາບ: ມິຮ່າ.

ການແຂ່ງຂັນຊ່ວຍໃຫ້ນັກຮຽນ, ນັກສຶກສາລາວ ໄດ້ພົບປະແລກປ່ຽນ, ຮໍ່າຮຽນ, ແລກປ່ຽນບົດຮຽນ. ຄຽງຂ້າງນັ້ນ, ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດານັກຮຽນ, ນັກສຶກສາລາວ ຊອກຮູ້ກ່ຽວກັບວັດທະນະທໍາ, ມູນເຊື້ອຂອງຫວຽດນາມ, ຂອງລາວ ແລະຍົກສູງລະດັບການນໍາໃຊ້ພາສາຫວຽດ. ຜ່ານການແຂ່ງຂັນນີ້ຄະນະຈັດຕັ້ງຫວັງວ່າຂະບວນການຮຽນພາສາຫວຽດຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລຈະໄດ້ຮັບການຍົກສູງຂຶ້ນ ແລະສົ່ງເສີມຈິດໃຈຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມໃນທຸກດ້ານຂອງບັນດານັກຮຽນ, ນັກສຶກສາລາວ ຢູ່ຫວຽດນາມ.

ໂດຍ: ແສງພະຈັນ