ນີ້ແມ່ນລາຍການທີ່ມີຄວາມໝາຍ, ເຊິ່ງໄດ້ຮັບການຈັດຕັ້ງປະຈຳປີເນື່ອງໃນໂອກາດວັນຄູຫວຽດນາມ 20 ພະຈິກ. ຈຸດພົ້ນເດັ່ນຂອງລາຍການແມ່ນການພົບປະແລກປ່ຽນ, ການໂອ້ລົມສົນທະນາດ້ວຍບັນດາແບບຢ່າງຄູດີເດັ່ນ, ຕາງໜ້າໃຫ້ຖັນແຖວຄູອາຈານທີ່ມາຈາກ 63 ແຂວງ, ນະຄອນໃນທົ່ວປະເທດ.

leftcenterrightdel
ບັນດາຄູອາຈານໄດ້ຮັບການຍ້ອງຍໍໃນລາຍການ "ແທນຄຳສະແດງຄວາມຮູ້ບຸນຄຸນ". ພາບ: ສຳນັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 18 ພະຈິກ, ຢູ່ ວັນມ໊ຽວກວັກຕື໋ຢາມ, ກະຊວງສຶກສາ ແລະບຳລຸງສ້າງ ພ້ອມກັບກຳມະບານຂະແໜງສຶກສາຫວຽດນາມ ກໍ່ພ້ອມກັນຈັດຕັ້ງພິທີຖະຫວາຍທູບທຽນ, ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງໃຫ້ຄູສອນດີເດັ່ນທົ່ວປະເທດ 183 ຄົນໃນປີ 2018.

ໃນຂະນະນັ້ນ, ຕອນຄ່ຳວັນທີ 18 ພະຈິກ, ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ກໍ່ໄດ້ຈັດຕັ້ງການຍ້ອງຍໍຊົມເຊີຍ “ຄູອາຈານດີເດັ່ນປີ 2018”. ປີນີ້, ໃນທົ່ວນະຄອນມີຄູອາຈານ 248 ຄົນໄດ້ຮັບລາງວັນດັ່ງກ່່າວ. ທ່ານນາງ ເລທິແທັງຍ່ານ, ຄູສອນພະແນກບໍລິການທຸລະກິດ, ມະຫາວິທະຍາໄລເຕັກໂນໂລຊີຖູດຶກ, ເຊິ່ງເປັນໜຶ່ງໃນຈຳນວນບັນດາຄູອາຈານໄດ້ຮັບການເຊີດຊູໃນປີນີ້, ໃຫ້ຮູ້ວ່າ: “ຂ້າພະເຈົ້າມີຄວາມເປັນກຽດໄດ້ຮັບລາງວັນນີ້. ນີ້ແມ່ນລາງວັນເຊິ່ງກໍ່ແມ່ນໜ້າທີ່ຄວາມຮັບຜິດຊອບທີ່ສຳຄັນເພື່ອໃຫ້ຄູອາຈານຄືຂ້າພະເຈົ້າສືບຕໍ່ເສີມຂະຫຍາຍໃນຊຸມປີຕໍ່ໄປ. ລະອຽດຄື, ພວກເຮົາຈະພະຍາຍາມປ່ຽນແປງໃໝ່ຕົນເອງໃນວຽກງານການສອນ ແລະມຸ່ງໄປເຖິງວຽກງານການຄົ້ນຄ້ວາວິທະຍາສາດ ກໍ່ຄືບັນດາຂໍ້ລິເລີ່ມວິທະຍາສາດເພື່ອເສີມຂະຫຍາຍລັກສະນະປະດິດຄິດສ້າງຂອງຄູອາຈານ.”

ແຫຼ່ງຄັດຈາກ: vovworld.vn