ໃນໂອກາດດັ່ງກ່າວ, ທ່ານ ພອນ​ປະ​ເສີດ ​ເສດ​ຖາ​ທິຣາດ ຮອງ​ຜູ້​ອໍາ​ນວຍ​ການໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ໄດ້ກ່າວເຖິງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ຄູ​ແຫ່ງ​ຊາດ (7 ຕຸລາ) ຄົບຮອບ 24 ປີ (7 ຕຸລາ 1994 -7 ຕຸລາ 2018), ​ເຊິ່ງ​ເປັນ​ວັນ​ທີ​ມີ​ຄວາມ​ໝາຍ​ສໍາຄັນ​ຕໍ່​ກັບສັງຄົມ​ລາວ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ຕໍ່​ຂະ​ແໜງ​ການ​ສຶກສາກໍ​ຄືພະນັກງານ​ຄູ​ອາຈານ ​ແລະນ້ອງນັກຮຽນ​ທຸກ​ຖ້ວນ​ໜ້າ. ກ່ອນ​ອື່ນ​ໝົດ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ການ​ພັດທະນາ​ການ​ສຶກສາ ​ເພື່ອ​ໃຫ້ການ​ສຶກສາມີ​ຄຸນ​ນະພາ​ບທີ່​ດີ. ​ໃນ​ນັ້ນ, ປັດ​ໄຈ​ຕົ້ນຕໍກໍ່​ແມ່ນ​ຄູ​-ອາຈານ ຍ້ອນ​ວ່າຄູ​ເປັນ​ຜູ້​ສິດສອນ​ສົ່ງ​ຄວາມ​ຮູ້, ສ້າງ​ໃຫ້​ນັກຮຽນ​ມີ​ສະຕິ​ປັນຍາກາຍ​ເປັນ​ຄົນຮູ້​ຜູ້ດີ ​ແລະ ​ເປັນ​ໜໍ່​ແໜງ​ຂ​ອງປະ​ເທດ​ຊາດ ​ເພື່ອ​ສືບ​ຕໍ່​ພາລະກິດ​ປະຕິ​ວັດ​ໃນ​ອະນາຄົດ. ຄູຈຶ່ງ​ຂະໜານ​ນາມ​ວ່າ: “ຄູແມ່ນ​ວິສະວະກອນ​ແຫ່ງ​ດວງ​ວິນ​ຍານ”, “ຄູແມ່ນ​ພໍ່​ແມ່ຜູ້​ທີ 2 ຂອງ​ເດັກ”. ສໍາລັບ​ຊາດ​ລາວ​ແລ້ວ, ພັກ ​ແລະລັດຖະບານກໍ່​ໄດ້​ກໍາ​ນົດ​ເອົາ​ວັນ​ທີ 7 ຕຸລາ ຂອງ​ທຸກໆ​ປີໃຫ້​ເປັນ​ວັນ​ຄູ​ແຫ່ງ​ຊາດ​ລາວ, ​ເພື່ອ​ລະ​ນຶກ​ເຖິງ​ຄຸນງາມຄວາມດີ​ຂອງ​ຄູ​ ​ຮູ້​ບົດບາດ​ຂອງ​ຄູ​ ​ແລະພ້ອມ​ກັນ​ເຊີດ​ຊູ​ກຽດ​ສັກ​ສີ​ຂອງ​ຄູ ​​ໃຫ້ດີ​ເດັ່ນ​ຢູ່​ໃນ​ສັງຄົມ ​ແລະ​ເພີ່ມ​ທະວີຄວາມ​ຮັບຜິດຊອບ​ຕໍ່​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ເອງ.

leftcenterrightdel
ບັນຍາກາດທີ່ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດລາວຂອງໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ. ພາບ: kpl.gov.la.

​ໂອກາດ​ດຽວ​ກັນ, ທ່ານ ດອນ ​ແກ້ວ​ມີ​ໄຊ ​ໄດ້​ສະ​ຫຼຸບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ການ​ຮຽນ​ການ​ສອນ​ໃນ​ສົກຮຽນ 2017-2018 ຜ່ານ​ມາໃຫ້​ຮູ້​ວ່າ: ຜົນ​ການ​ສອບ​​ເສັງ​ເລື່ອນ​ຂັ້ນ ມ1, ມ2, ມ3, ມ5 ​ແລະ ມ6 ​ໄດ້ 100%, ສອບ​ເສັງ​ຈົບ​ຊັ້ນ ມ4 ​ໄດ້ 99,23% ​ແລະ ສອບ​ເສັງ​ຈົບ​ຊັ້ນ ມ7 ​ໄດ້ 100%. ນອກຈາກ​ນັ້ນ, ສອບ​ເສັງ​ນັກຮຽນ​ເກັ່ງ​ຂັ້ນ​ເມືອງຂັ້ນ ມ4 ມີ​ນັກຮຽນ​ເຂົ້າ​ຮ່ວມ​ສອບ​ເສັງມີ 18 ຄົນ, ຍິງ 13 ຄົນ ສາມາດ​ສອບ​ເສັງ​ຜ່ານ​ເຂົ້າສູ່​ການ​ສອບ​ເສັງ​ຂັ້ນ​ນະຄອນຫຼວງ​ມີ 3 ຄົນ, ຍິງ 1 ຄົນ.

ສໍາລັບ​ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ຂັ້ນ​ນະຄອນຫຼວງ​​ຂັ້ນ ມ4 ໄດ້​ລາງວັນ​ຊົມ​ເຊີຍ​ວິຊາພາສາ​ລາວ-ວັນນະຄະດີ, ​ໄດ້​ລາງວັນ​ຊົມ​ເຊີຍ ມ7 ວິຊາພາສາ​ລາວ-ວັນນະຄະ​ດີ, ​ເຄມີ​ສາດ, ຄະນິດສາດ ​ແລະນັກ​ຮຽນ​ສອບ​ເສັງ​ຈົບ ມ7 ​ໄດ້​ໄປ​ຮຽນ​ຕໍ່​ລະດັບ​ປະລິນຍາ​ຕີ ຢູ່ ສສ ຫວຽດນາມ 14 ຄົນ. ​ໃນ​ນັ້ນ, ທຶນ​ລັດຖະບານ 10 ທຶນ, ທຶນ​ນະຄອນ​ໂຮ່ຈິມິນ 2 ທຶນ ​ແລະທຶນ​ມະຫາວິທະຍາ​ໄລ​ໂຕນ​ດຶກ​ຖັ່ງນະຄອນ​ໂຮ່ຈິມິນ 2 ທຶນ (ທຶນ 100% ​ແລະ ທຶນ 50%).

ຂ່າວ: ສຸກສະຫວັດ