leftcenterrightdel
ສະພາອັງກິດປະຈຳ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການສຶກສາກັບພະແນກສຶກສາ ແລະບຳລຸງສ້າງນະຄອນ ຮ່າໂນ້ຍ. ພາບ: nhandan.com.vn.

ຕາມນັ້ນແລ້ວ, ໃນໄລຍະ 3 ປີ (ແຕ່ວັນທີ 1 ກັນຍາ 2018 ເຖິງວັນທີ 1 ກັນຍາ 2021), ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດບັນດາເນື້ອໃນໃຫ້ລະອຽດຄື: ໜູນຊ່ວຍພັດທະນາວິຊາສະເພາະຂອງຄູອາຈານພາສາອັງກິດທັງດ້ານກຳລັງຄວາມສາມາດຂອງພາສາ, ທັກສະ ແລະວິທີການສິດສອນເພື່ອໃຫ້ເໝາະສົມກັບຍຸດທະສາດພັດທະນາພາສາຕ່າງປະເທດຂອງແຜນຮ່າງການຮຽນ-ການສອນພາສາຕ່າງປະເທດໃນລະບົບການສຶກສາລະດັບຊາດຂອງລັດຖະບານຫວຽດນາມ ແລະບັນດາບຸລິມະສິດຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ; ໜູນຊ່ວຍປັບປຸງການຮຽນ-ການສອນຢູ່ບັນດາໂຮງຮຽນຜ່ານການພັດທະນາກຳລັງຄວາມສາມາດຂອງການນຳໂຮງຮຽນ, ຄູອາຈານ ແລະນັກຮຽນ; ໜູນຊ່ວຍການຕີລາຄາລະດັບພາສາອັງກິດຂອງຄູອາຈານ ແລະນັກຮຽນເພື່ອແນໃສ່ຍົກສູງລະດັບພາສາອັງກິດຂອງຄູອາຈານ ແລະນັກຮຽນໃນບໍລິເວນນະຄອນຮ່າໂນ້ຍ...

ແປໂດຍ: ທູຮັ່ງ