ຄະນະນັກຮຽນຫວຽດນາມ ຫາກໍ່ສິ້ນສຸດການແຂ່ງຂັນ Olympic ຊີວະສາດສາກົນປີ 2018 ຢູ່ປະເທດສາທາລະນະລັດ ອິດສະລາມ ອີຣານ. ນີ້ແມ່ນການແຂ່ງຂັນຄັ້ງທີ 29 ໄດ້ຮັບການຈັດຕັ້ງດ້ວຍການເຂົ້າຮ່ວມຂອງ 71 ປະເທດ ແລະເຂດແຄ້ວນພ້ອມກັບນັກຮຽນເຂົ້າຮ່ວມທັງໝົດແມ່ນ 261 ຄົນ.

leftcenterrightdel
ຄະນະນັກຮຽນຫວຽດນາມ ໃນການແຂ່ງຂັນ Olympic ຊີວະສາດສາກົນປີ 2018. ພາບ: qdnd.vn.

ໝາກຜົນ, ນັກຮຽນທັງ 4 ຄົນລ້ວນແຕ່ຄວ້າໄດ້ລາງວັນ, ໃນນັ້ນມີຫຼຽນຄຳ 3 ຫຼຽນ ເຊິ່ງລວມມີ: ນ້ອງ ຫງວຽນເຟືອງຖາວ, ຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ວິທະຍາສາດທຳມະສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ນ້ອງ ເຈິ່ນທິມີງແອງ, ຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເຈິ່ນຟູ໋, ນະຄອນ ຫາຍຟ່ອງ; ນ້ອງ ຮວ່າງມີງຈູງ, ຫ້ອງ ມ.6, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ລາມເຊີນ, ແຂວງ ແທງຮ໋ວາ. ນ້ອງ ຮວ່າງວັນດົງ, ຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຫງວຽນຈ໊າຍ, ແຂວງ ຫາຍເຢືອງ, ຍາດໄດ້ຫຼຽນເງິນ.

leftcenterrightdel
 ນ້ອງ ຫງວຽນເຟືອງຖາວ ບັນລຸໄດ້ຄະແນນສູງສຸດໃນການແຂ່ງຂັນ. ພາບ: qdnd.vn.

ນີ້ກໍ່ແມ່ນເທື່ອທໍາອິດຄະແນນຂອງຄະນະນັກຮຽນຫວຽດນາມ ຖືກຈັດຢູ່ອັນດັບສູງໃນການແຂ່ງຂັນ Olympic ຊີວະສາດສາກົນ. ພິເສດ, ນ້ອງ ຫງວຽນເຟືອງຖາວ  ບັນລຸໄດ້ຄະແນນສູງສຸດໃນການແຂ່ງຂັນ ແລະແມ່ນນັກຮຽນໄດ້ຮັບການເຊີດຊູແມ່ນຜູ້ຊະນະ.

 

ແປໂດຍ: ເຈິ່ນຮວ່ຽນ