ຄືແນວນັ້ນ, ໃນຖ້ຳຍັງມີນັກກິລາ 8 ຄົນພ້ອມຄູຝຶກ 1 ຄົນ ແລະປະຈຸບັນວຽກງານກູ້ໄພກູ້ຊີບ ພວມຢຸດຕິຊົ່ວຄາວລໍຖ້າໃຫ້ເຖິງຕອນເຊົ້າວັນທີ 9 ກໍລະກົດ.

leftcenterrightdel
ກໍາລັງກູ້ໄພກູ້ຊີບ ເຂົ້າໃນຖ້ຳນໍາບັນດານັກກິລາເຍົາວະຊົນອອກມາຈາກຖ້ຳຫຼວງ. ພາບ: The Nation.
leftcenterrightdel
ຍົນເຣລິກອບເຕີໄດ້ລົງຈອດຢູ່ສະໜາມບິນການທະຫານຢູ່ Chiang Rai, ເພື່ອນໍາບັນດາສະມາຊິກທີມບານເຕະໄປໂຮງໝໍພາຍຫຼັງເຂົາເຈົ້າໄດ້ອອກມາຈາກຖ້ຳຫຼວງ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ລົດສຸກເສີນກຳລັງຂົນສົ່ງສະມາຊິກທີມບານເຕະ ທີ່ຫາກໍ່ໄດ້ກອບກູ້ເອົາຊີວິດ. ພາບ: REUTERS.

ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານ ນະລົງສັກ ແຈ້ງໃຫ້ຮູ້ວ່າ “ມື້ນີ້, ພວກຂ້າພະເຈົ້າໄດ້ພະຍາຍາມກອບກູ້ເອົາຊີວິດ ແລະນໍາເອົານັກກິລາ 4 ຄົນໄປເຖິງໂຮງໝໍ Prachanukrua ຢູ່ Chiang Rai ໄດ້ຢ່າງປອດໄພ”.

ສ່ວນບັນດາຜູ້ທີ່ຍັງເຫຼືອຢູ່ໃນຖ້ຳລວມທັງຄູຝຶກ ແມ່ນບັນດານັກກິລາລອຍນໍ້າບໍ່ເປັນ ແລະລ້ວນແຕ່ມີອາຍຸປະມານ 11 ປີ. ຕາມທ່ານ ນະລົງສັກ ແລ້ວ, ບັນດາໜ່ວຍກູ້ໄພກູ້ຊີບ ຕ້ອງການເວລາປະມານ 10 ຊົ່ວໂມງ ຕື່ມອີກ ເພື່ອກະກຽມໃຫ້ແກ່ການກູ້ໄພຄັ້ງຕໍ່ໄປ, ດ້ວຍການເຂົ້າຮ່ວມຂອງນັກດຳນ້ຳ ປະມານ 90 ຄົນ, ໃນນັ້ນມີນັກດຳນ້ຳຕ່າງປະເທດ 50 ຄົນ.

 

ແປໂດຍ: ເຈິ່ນຮວ່ຽນ