ກອງປະຊຸມສໍາມະນາສຸມໃສ່ແບ່ງປັນບັນດາແນວຄວາມຄິດ, ບົດຮຽນກ່ຽວກັບການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕອບສະໜອງພື້ນຖານກະສິກໍາໝູນໃຊ້ເຕັກໂນໂລຢີສູງໃນສະໄໝ 4.0. ຜ່ານນັ້ນປະກອບສ່ວນກໍ່ສ້າງລະບົບຊີວະພາບເລີ່ມທຸລະກິດປະສົບຜົນສໍາເລັດຢູ່ບັນດາມະຫາວິທະຍາໄລ, ບັນດາທ້ອງຖິ່ນ, ວິສາຫະກິດປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

leftcenterrightdel
ທ່ານ ຟຸ່ງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: dangcongsan.vn.

ທີ່ກອງປະຊຸມສໍາມະນາ, ຜູ້ຕາງໜ້າບັນດາອົງການຄຸ້ມຄອງຂອງລັດໄດ້ແບ່ງປັນບັນດາການກໍານົດທິດ, ນະໂຍບາຍກ່ຽວກັບການບໍາລຸງສ້າງ, ດຶງດູດນັກຮຽນເຂົ້າມາຮຽນບັນດາຂະແໜງກະສິກໍາເຕັກໂນໂລຢີສູງ, ຕິດພັນການບໍາລຸງສ້າງ, ຄົ້ນຄວ້າວິທະຍາສາດກັບບັນດາການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດ, ບຸກຄົນ, ອົງການຈັດຕັ້ງນໍາໃຊ້ຜູ້ອອກແຮງງານ.

ແປໂດຍ: ທູຈາງ