leftcenterrightdel
ບັນດານັກສຶກສາມະຫາວິທະຍາໄລກໍາປູເຈຍ ຢ້ຽມຊົມຫ້ອງຫວຽດນາມ ຫາກໍ່ໄດ້ຮັບການເປີດການນໍາໃຊ້. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ Kao Kimhourn, ລັດຖະມົນຕີທີ່ຢູ່ຄຽງຂ້າງນາຍົກລັດຖະມົນຕີກໍາປູເຈຍ-ປະທານ UC, ເນັ້ນໜັກເຖິງຄວາມໝາຍ, ບົດບາດຂອງເລື່ອງສ້າງຕັ້ງຫ້ອງຫວຽດນາມ ຢູ່ UC ແມ່ນເພື່ອແນໃສ່ຊ່ວຍນັກສຶກສາກໍາປູເຈຍ ແລະນັກສຶກສາສາກົນມີເງື່ອນໄຂຮໍ່າຮຽນ, ຄົ້ນຄວ້າກ່ຽວກັບປະເທດຊາດ, ຊາວຫວຽດນາມ ຢ່າງເລິກເຊິ່ງກວ່າອີກໃນຫຼາຍຂົງເຂດ ຄື: ການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ... ພ້ອມທັງສະແດງຄວາມຂອບອົກຂອບໃຈ ແລະປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍ, ການຮ່ວມມືກວ່າອີກຂອງສະຖານທູດຫວຽດນາມ ປະຈໍາ ກໍາປູເຈຍ ໃນການຮັກສາ ແລະເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວຂອງຫ້ອງຫວຽດນາມ ເວົ້າສະເພາະ ແລະ UC ເວົ້າລວມ.

 

ແປໂດຍ: ທູຈາງ