ກ່າວຄໍາເຫັນທີ່ພິທີໄຂ, ທ່ານ Emmanuel Labrande ປະທານ EUNIC ໃຫ້ຮູ້ວ່າ, ລາຍການວັນບຸນປື້ມເອີລົບ 2018 ໄດ້ຮັບການຈັດຕັ້ງດ້ວຍບັນດາບົດປະພັນທີ່ຫຼາຍຮູບຫຼາຍແບບຈາກ: ໂອຕະລິດ, ແດນມາກ, ເຢັຍລະມັນ, ຝະລັ່ງ, ແຊກໂກ, ແອັດສະປາຍ, ຊູແອັດ, ອີຕາລີ...

leftcenterrightdel
ພິທີມອບລາງວັນການແຂ່ງຂັນຊອກຮູ້ພື້ນຖານວັນນະຄະດີເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ

ວັນບຸນປື້ມເອີລົບ ຍັງແມ່ນເຫດການທີ່ມີຊີວິດຊີວາ, ສີສັນຫຼາກຫຼາຍ, ມີການເຄື່ອນໄຫວຫຼາຍຢ່າງສະຫງວນຜູ້ນິຍົມອ່ານປື້ມ ຄື: ແນະນໍາປື້ມ, ງານວາງສະແດງ, ອ່ານເລື່ອງ, ປຶກສາຫາລືວັນນະຄະດີ, ສາຍຮູບເງົາ ແລະການເຄື່ອນໄຫວທີ່ກ່ຽວຂ້ອງຕ່າງໆ ແລະພິເສດແມ່ນສັບປະດາເຊີດຊູ ແລະຫຼຸດລາຄາປື້ມເອີລົບ.

ປີນີ້, ວັນບຸນປື້ມເອີລົບ ນໍາມາເຊິ່ງບົດປະພັນຫຼາຍບົດ, ການເຄື່ອນໄຫວຫຼາຍຢ່າງ, ຊ່ວຍໃຫ້ຜູ້ເຂົ້າຮ່ວມບໍ່ພຽງແຕ່ໄດ້ສໍາຜັດເຂົ້າໃກ້ກວ່າກັບພື້ນຖານວັນນະຄະດີ ເທົ່ານັ້ນ, ຫາກຍັງໄດ້ເຂົ້າໃກ້ກັບແບບແຜນການດໍາລົງຊີວິດ ແລະວັດທະນະທໍາເອີລົບອີກດ້ວຍ.

 

ແປໂດຍ: ທູຈາງ