leftcenterrightdel
ຄະນະຫວຽດນາມ ທີ່ການເສັງໂອແລມປິກວິທະຍາສາດໜຸ່ມສາກົນຄັ້ງທີ 14. ພາບ: ຕ໋ວນຫວູ-ຈູງເຕີມ

ຄະນະຫວຽດນາມ ມີ ນັກຮຽນ 6 ຄົນເຂົ້າຮ່ວມການເສັງຄັ້ງນີ້ທັງໝົດລ້ວນແຕ່ຍາດໄດ້ຫຼຽນ, ໃນນັ້ນມີຫຼຽນເງິນ 3 ຫຼຽນ ແລະ ຫຼຽນທອງ 3 ຫຼຽນ. ບັນດານັກຮຽນຍາດໄດ້ຫຼຽນເງິນລວມມີ: ເລືອງຮ່ຽນງາ, ໂດ໋ກາວວິງເຈົາ ທັງສອງຄົນລ້ວນແຕ່ແມ່ນນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ - Amsterdam; ຫງວຽນຈ້ອງຂາຍ ຢູ່ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຫງວຽນເຫວ້ (ຮ່າໂນ້ຍ) ບັນດານັກຮຽນຍາດໄດ້ຫຼຽນທອງລວມມີ: ຫງວຽນດຶກຫ໋ຽວ, ເລຮວ່າງມິງ, ເຈີ່ນແຄ໋ງວີ, ທັງໝົດລ້ວນແຕ່ແມ່ນນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ - Amsterdam.


ແປໂດຍ: ຮຸຍດົງ