ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມແຕ່ລະມະຫາວິທະຍາໄລ ເພື່ອລົງກວດກາສະພາບການໂດຍກົງ, ຮັບຟັງຄໍາຄິດເຫັນ ແລະຍົກອອກບັນດາການກໍານົດທິດພັດທະນາຂອງແຕ່ລະມະຫາວິທະຍາໄລດັ່ງກ່າວ.

ທີ່ການປະຊຸມ, ຄໍາຄິດເຫັນທີ່ກ່າວປາໄສຂອງການນໍາບັນດາມະຫາວິທະຍາໄລລ້ວນແຕ່ໄດ້ເຕື້ອງເຖິງວຽກງານກໍ່ສ້າງພື້ນຖານໂຄງລ່າງຕາມບັນດາໂຄງການທີ່ໄດ້ອະນຸມັດ, ໃນນັ້ນພົ້ນເດັ່ນແມ່ນບັນຫາແຫຼ່ງທຶນໃຫ້ແກ່ວຽກງານດັ່ງກ່າວ ແລະບາງກົນໄກ, ນະໂຍບາຍໃຫ້ແກ່ບັນດາມະຫາວິທະຍາໄລ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນສະຫຼຸບການເຮັດວຽກ. ພາບ: TTXVN

ສະຫຼຸການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ທັງສູນກາງ ແລະທ້ອງຖິ່ນ, ເປັນຕົ້ນແມ່ນກະຊວງສຶກສາ ແລະກໍ່ສ້າງ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ, ມະຫາວິທະຍາໄລດ່າໜັ້ງ “ສຸມກໍາລັງເພື່ອສຸມໃສ່ພັດທະນາມະຫາວິທະຍາໄລ 3 ແຫ່ງດັ່ງກ່າວໃຫ້ກາຍເປັນບັນດາສູນບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ, ກ່ອນອື່ນໝົດແມ່ນໃຫ້ສາມພາກຕໍ່ໜ້າການປະຕິວັດອຸດສາຫະກໍາ 4.0”. ນີ້ແມ່ນບັນດາມະຫາວິທະຍາໄລປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ຍົກສູງຄຸນນະພາບຂອງມະຫາວິທະຍາໄລຫວຽດນາມ ໃນວິວັດການປ່ຽນແປງໃໝ່ພື້ນຖານການສຶກສາມະຫາວິທະຍາໄລຢ່າງຮອບດ້ານ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: TTXVN

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ລັດຈະໜູນຊ່ວຍງົບປະມານເພື່ອບຸກເບີກໜ້າພຽງສໍາລັບໂຄງການກໍ່ສ້າງມະຫາວິທະຍາໄລ  3 ແຫ່ງ, ບັນດາທ້ອງຖິ່ນໜູນຊ່ວຍສ້າງຖິ່ນຖານຄົງທີ່ໃຫ້ປະຊາຊົນ. ທ່ານນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງແຜນການ ແລະການລົງທຶນເປັນປະທານພິຈາລະນາຄືນບັນດາວິທີການທົດແທນ, ບຸກເບີກໜ້າພຽງ, ສ້າງຖິ່ນຖານຄົງທີ່, ພ້ອມກັບກະຊວງການເງິນ, ບັນດາທ້ອງຖິ່ນສະເໜີແນະຕໍ່ນາຍົກລັດຖະມົນຕີ ຕັດສິນຖືກຕາມສິດອໍານາດ. ຄຽງຂ້າງນັ້ນ, ມີບັນດາຮູບການລະດົມແຫຼ່ງກໍາລັງອື່ນໆເພື່ອລົງທຶນ.

ແຜນຮ່າງສ້າງໂຄງປະກອບມະຫາວິທະຍາໄລ 3 ແຫ່ງຄືນໃໝ່ຄວນປະຕິບັດຕາມການວາງແຜນລວມກ່ຽວກັບການພັດທະນາ 3 ຕົວເມືອງມະຫາວິທະຍາໄລ 3 ແຫ່ງຢູ່ພາກເໜືອ, ພາກກາງ, ພາກໃຕ້, ໃນນັ້ນມະຫາວິທະຍາໄລ 3 ແຫ່ງດັ່ງກ່າວເປັນໃຈກາງ. ຈຸດປະສົງຂອງມະຫາວິທະຍາໄລ 3 ແຫ່ງດັ່ງກ່າວແມ່ນໄດ້ຈັດຢູ່ໃນຕາຕະລາງຈັດອັນດັບມະຫາວິທະຍາໄລຂອງໂລກ.

ກະຊວງສຶກສາ ແລະກໍ່ສ້າງເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຊີ້ນໍາ, ແນະນໍາບັນດາມະຫາວິທະຍາໄລຊຸກຍູ້ວຽກງານດັ່ງກ່າວຜ່ານບັນດາແຜນຮ່າງ, ຮັບປະກັນຫຼັກການໃຫ້ສອດຄ່ອງກັບການກຳນົດເຄືອຂ່າຍບັນດາມະຫາວິທະຍາໄລ, ຊຸກຍູ້ການຫັນເປັນສັງຄົມ, ເພີ່ມທະວີການຮ່ວມມືກັບວິສາຫະກິດ, ຍູ້ແຮງການຮ່ວມມືກັບສາກົນເພື່ອແນໃສ່ດຶງດູດແຫຼ່ງກໍາລັງໃຫ້ແກ່ວຽກງານສຶກສາ -ກໍ່ສ້າງ.

ທ່ານນາຍົກລັດຖະມົນຕີ ມອບໝາຍໃຫ້ທ່ານຮອງນາຍົກລັດຖະມົນຕີ ຫວູ໋ດຶກດາມ ຊີ້ນໍາ, ກະຕຸກຊຸກຍູ້, ແກ້ໄຂບັນດາຂໍ້ຕິດຂັດຂອງມະຫາວິທະຍາໄລ 3 ແຫ່ງເປັນປະຈໍາ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ມະຫາວິທະຍາໄລ 3 ແຫ່ງເພີ່ມລະດັບຄວາມໄວ, ເປັນຕົ້ນແມ່ນສ້າງ  3 ເຂດຕົວເມືອງມະຫາວິທະຍາໄລດັ່ງກ່າວ.

 

ແປໂດຍ: ຫງວຽນກຸກ